ກຳລັງກວດກາການຫາປາຂອງຫວຽດນາມເດັດດ່ຽວປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ

ກຳລັງກວດກາການຫາປາຂອງຫວຽດນາມເດັດດ່ຽວປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ - ảnh 1
ກຳປັ່ນຈີນບຸກໂຈມຕີກຳປັ່ນຂອງກຳລັງກວດກາການຫາປາຫວຽດນາມ
ພາບ:cpv.org.vn


(vovworld)-ຕອນ​ເຊົ້າ​ວັນ​ທີ 10/5, ທ່ານ ຫວູວັນ​ຕາມ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​, ຫົວຫນ້າ​ກົມ​ສິນ​ໃນ​ນ້ຳ ​ແລະ ຄະນະ​ປະຕິບັດ​ງານ ​ໄດ້​ລົງ​ຢ້ຽມຢາມ​ກຳລັງ​ກວດກາ​ການຫາ​ປາຫນ່ວຍ 3, ອົງການ​ກວດກາ​ການ​ຫາ​ປາ​ເຂດ 2 ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ປະຕິບັດ​ຫນ້າ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເປັນ​ຢ່າງ​ດີ. ​ໃນ​ຊຸມ​ມື້​ຜ່ານ​ມາ, ມີ​ກຳ​ປັ່ນ​ຂອງ​ກຳລັງ​ກວດກາ​ການ​ຫາ​ປາ ຖືກ​ກຳ​ປັ່ນ​ຂອງ​ຈີນ ຕຳ່​ໃສ່​ເປັນ 3 ຄັ້ງ ​ແຕ່​ເຂົາ​ເຈົ້າ​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ​ໃນ​ວິວັດ​ການ​ປະຕິບັດ​ຫນ້າ​ທີ່ ມີ ພະນັກງານ​ກວດກາ​ການ​ຫາ​ປາ 6 ຄົນ​ຖືກ​ບາ​ດ​ເຈັບ ​ແຕ່​ຍັງ​ຄົງພະຍາຍາມ​ສືບ​ຕໍ່​ປະຕິບັດ​ຫນ້າ​ທີ່. 

ຂ່າວ/ບົດ​ອື່ນ