ກຳລັງຂອງ ອາເມລິກາ ຢູ່ ຊີຣີ ຖືກບຸກໂຈມຕີດ້ວຍລູກສອນໄຟ

(VOVWORLD) - ລູກສອນໄຟຫຼາຍລູກໄດ້ຍິງໃສ່ກຳລັງ ອາເມລິກາ ແລະ ສຳພັນທະມິດຢູ່ຖານທີ່ໝັ້ນລາດຕະເວນ Shaddadi, ຊີຣີ.
ກຳລັງຂອງ ອາເມລິກາ ຢູ່ ຊີຣີ ຖືກບຸກໂຈມຕີດ້ວຍລູກສອນໄຟ - ảnh 1ກຳລັງ ອາເມລິກາ
(ພາບ: AFP)

        ວັນທີ 29 ມັງກອນ, ເຈົ້າໜ້າທີ່ປ້ອງກັນຊາດ ອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ, ບັນດາກຳລັງຂອງປະເທດນີ້ ແລະ ພັນທະມິດຢູ່ ຊີຣີ ຖືກບຸກໂຈມຕີດ້ວຍລູກສອນໄຟ. ເຫດການເກີດຂຶ້ນພາຍຫຼັງທີ່ມີນາຍທະຫານ ອາເມລິກາ 3 ຄົນເສຍຊີວິດໃນເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຢູ່ ຈໍແດນ ກ່ອນໜ້ານັ້ນໜຶ່ງວັນ. ມີລູກສອນໄຟຫຼາຍລູກໄດ້ຍິງໃສ່ກຳລັງ ອາເມລິກາ ແລະ ສຳພັນທະມິດຢູ່ຖານທີ່ໝັ້ນລາດຕະເວນ Shaddadi, ຊີຣີ. ຍັງບໍ່ມີບົດລາຍງານໃດກ່ຽວກັບຜູ້ເສຍຊີວິດ ແລະ ຄວາມເສຍຫາຍກ່ຽວກັບພື້ນຖານໂຄງລ່າງ.

        ອາເມລິກາ ມີທະຫານປະມານ 900 ຄົນຢູ່ ຊີຣີ ແລະ 2.500 ຄົນຢູ່ປະເທດບ້ານໃກ້ເຮືອນຄຽງ ອີຣັກ ຄືດັ່ງສ່ວນໜຶ່ງຂອງສຳພັນທະມິດສາກົນເພື່ອຕ້ານຄືນກຸ່ມລັດອິດສະລາມອ້າງຊື່ເອງ (IS) - ເຊິ່ງແມ່ນອົງການທຳສົງຄາມສັກສິດທີ່ເຄີຍຄວບຄຸມບັນດາເຂດດິນແດນທີ່ກວ້າງໃຫຍ່ຢູ່ທັງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ