ກຽມພ້ອມໃຫ້ສັບປະດາຂັ້ນສູງ APEC 2017

(VOVWORLD) - ແຕ່ວັນທີ 30 ກັນຍາ ຫາ ວັນທີ 1 ຕຸລາ, ຢູ່ນະຄອນ ດ່ານັ້ງ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ APEC 2017, ເປັນປະທານການກວດກາໃນເບື້ອງຕົ້ນບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017.
ກຽມພ້ອມໃຫ້ສັບປະດາຂັ້ນສູງ APEC 2017 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ໄປກວດກາກະກຽມໃຫ້ກອງປະຊຸມຂັ້ນສູງ APEC 

ໄລ່ຮອດໄລຍະປະຈຸບັນ, ບັນດາໂຮງແຮມ, ສູນກອງປະຊຸມ, ສູນການຂ່າວສາກົນ ແລະ ບັນດາສະຖານທີ່ຕົ້ນຕໍອື່ນໆຈະດຳເນີນບັນດາເຫດການທາງການ ແລະ ຢູ່ນອກສັບປະດາຂັ້ນສູງ APEC 2017, ໄດ້ຮັບການກະກຽມຖືກກັບຄວາມຮຽກຮ້ອງຕ້ອງການທີ່ວາງອອກ. ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ຍ້ອງຍໍຊົມເຊີຍນະຄອນ ດ່ານັ້ງ, ແຂວງ ກວາງນາມ, ບັນດາອະນຸກຳມະການຂຶ້ນກັບຄະນະກຳມະການແຫ່ງຊາດ APEC 2017, ຄະນະເລຂາແຫ່ງຊາດ APEC 2017 ແລະ ບັນດາອົງການກ່ຽວຂ້ອງມານະພະຍາຍາມກະກຽມຢ່າງຕັ້ງໜ້າໃຫ້ແກ່ສັບປະດາຂັ້ນສູງ. ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະເໜີໃຫ້ນະຄອນ ດ່ານັ້ງ ແລະ ແຂວງ ກວາງນາມ ໂຄສະນາໃຫ້ປະຊາຊົນທ້ອງຖິ່ນ ແລະ ເພີ່ມທະວີການໂຄສະນາກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດາທ້ອງຖິ່ນເວົ້າສະເພາະ ເຖິງເພື່ອນມິດສາກົນທີ່ເຂົ້າຮ່ວມສັບປະດາຂັ້ນສູງ APEC 2017.      

ຕອບກັບ

ຂ່າວ/ບົດ​ອື່ນ