ຂີດ​ໝາຍ​ຫວຽດ​ນາມ ທີ່​ງານ​ບຸນ “​ສີ​ສັນ​ອາ​ຊີ” ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ

(VOVWORLD) -ການສະແດງຊຸດເສື້ອຍາວຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ແພໄໝ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ…ໄດ້ດູດດື່ມຄວາມສົນໃຈຈາກແຂກມາຢ້ຽມຊົມ.
ຂີດ​ໝາຍ​ຫວຽດ​ນາມ ທີ່​ງານ​ບຸນ “​ສີ​ສັນ​ອາ​ຊີ” ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ - ảnh 1

 (ພາບປະກອບ: vnembassy-praha.mofa.gov.vn)

ທີ່ງານບຸນ  “ສີສັນອາຊີ” ຈັດຂຶ້ນ ຢູ່ເຊີແນວ ປະເທດສະວິດ ເມື່ອວັນທີ 20 ຕຸລາ, ການສະແດງຊຸດເສື້ອຍາວຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ແພໄໝ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ…ໄດ້ດູດດື່ມຄວາມສົນໃຈຈາກແຂກມາຢ້ຽມຊົມ.

ງານບຸນ  “ສີສັນອາຊີ” ແມ່ນເຫດການໂດຍສະມາຄົມພັນລະຍາເອກອັກຄະລັດຖະທູດ ປະຈຳເຊີແນວ ສົມທົບກັບຄະນະຜູ້ຕາງໜ້າບັນດາປະເທດອາຊີ ຈັດຂຶ້ນ. ວັດທະນະທຳທີ່ມີຫຼາຍຮູບຫຼາຍແບບຂອງພາກພື້ນອາຊີ ໄດ້ສະແດງອອກຢ່າງມີຊີວິດຊີວາ ແລະ ເຕັມໄປດ້ວຍສີສັນ ທີ່ງານບຸນດັ່ງກ່າວ ຜ່ານການສະແດງຊຸດອາພອນປະຈຳຊາດ, ການສະແດງດົນຕີ, ສິລະປະ, ງານວາງສະແດງຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບ, ເຄື່ອງທີ່ລະນຶກ ແລະ ແນະນຳອາຫານເຍື່ອງຕ່າງໆຂອງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ