ຂໍ້​ຕົກ​ລົງ​ສີຂຽວ​ເອີ​ລົບ: ປະ​ສົບ​ການ​ໃຫ້​ແກ່​ຫວຽດ​ນາມ ໃນ​ວິ​ວັດ​ການ​ຫັນ​ປ່ຽນ​ຊີ​ວະ​ພາບ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ

(VOVWORLD) -ທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບ ເອີລົບ ປະຈຳ ຫວຽດນາມ ແລ້ວ, ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາຢ່າງແຮງ, ຕັດສິນໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນໄປສູ່ພື້ນຖານເສດຖະກິດຂຽວ, ໝູນວຽນ…
ຂໍ້​ຕົກ​ລົງ​ສີຂຽວ​ເອີ​ລົບ: ປະ​ສົບ​ການ​ໃຫ້​ແກ່​ຫວຽດ​ນາມ ໃນ​ວິ​ວັດ​ການ​ຫັນ​ປ່ຽນ​ຊີ​ວະ​ພາບ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ - ảnh 1ພາບປະກອບ: TTXVN

ຕອນຄ່ຳວັນທີ 20 ເມສາ, ອົງການພັດທະນາຝລັ່ງ ປະຈຳ ຫວຽດນາມ ໄດ້ສົມທົບກັບສູນຊີວິດ ແລະ ຮ່ຳຮຽນເພື່ອສິ່ງແວດລ້ອມ ແລະ ປະຊາຄົມ (Live & Learn) ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ວິວັດການຫັນປ່ຽນຂອງພື້ນຖານເສດຖະກິດ ເອີລົບ ຜ່ານຂໍ້ຕົກລົງສີຂຽວເອີລົບ: ມີຜົນກະທົບຕໍ່ຫວຽດາມ ແລະ ອາຊຽນຄືແນວໃດ, ບັນດາບົດຮຽນປະສົບການ ແລະ ແນວຄວາມຄິດ?”. ກອງປະຊຸມສຳມະນາໄດ້ຈັດຕັ້ງດ້ວຍການໜູນຊ່ວຍຂອງຄະນະປະຕິບັດງານຂອງສະຫະພາບ ເອີລົບ ປະຈຳ ຫວຽດນາມ ແລະ ໄດ້ດຳເນີນແບບທາງໄກໂດຍມີການເຊື່ອມຕໍ່ 3 ແຫ່ງແມ່ນຢູ່ ນະຄອນຫຼວງ ຮ່າໂນ້ຍ, ດ່ານັ້ງ ແລະ ເທື່ອທຽນ - ເຫ້ວ.

ຕາມທ່ານ Giorgio Aliberti ເອກອັກຄະລັດຖະທູດ ສະຫະພາບ ເອີລົບ ປະຈຳ ຫວຽດນາມ ແລ້ວ, ຫວຽດນາມ ໄດ້ຍົກອອກຄຳໝັ້ນສັນຍາຢ່າງແຮງ, ຕັດສິນໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນໄປສູ່ພື້ນຖານເສດຖະກິດຂຽວ, ໝູນວຽນ…ຕາມນັ້ນແລ້ວ, ຫວຽດນາມ ຈະສ້າງ, ຜັນຂະຫຍາຍມາດຕະການດ້ວຍແຫຼ່ງກຳລັງຂອງຕົນ ພ້ອມກັບການຮ່ວມມື ແລະ ໜູນຊ່ວຍຂອງປະຊາຄົມສາກົນ.

ທ່ານ Giorgio Aliberti ຢັ້ງຢືນວ່າ, ສະຫະພາບ ເອີລົບ ຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ພ້ອມກັນປະຕິບັດຄຳໝັ້ນສັນຍາ ຫຼຸດຜ່ອນການປ່ອຍອາຍພິດລົງຢູ່ໃນລະດັບ 0 ໃນປີ 2050, ມີການກະທຳຢ່າງແຮງ ເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ພ້ອມກັບຫວຽດນາມ ພິຈາລະນາ, ຜັນຂະຫຍາຍຍຸດທະສາດໄລຍະສັ້ນ, ໄລຍະຍາວ ເພື່ອ ສ້າງ ບັນດາແຜນການລະອຽດຕາມແຕ່ລະຂັ້ນຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ