ຂະແໜງການທູດຕ້ອງປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ,ສະຖຽນລະພາບ

ຂະແໜງການທູດຕ້ອງປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ,ສະຖຽນລະພາບ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ​ ແລະ
ຄະນະ​ພະນັກງານ​ດີ​ເດັ່ນ​ຂອງກະຊວງ​ການ​ຕ່າງປະ​ເທດໄລຍະ​ຕ່າງໆ
(ພາບ: sggp.org.vn)


(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 70 ປິ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ທູດຫວຽດນາມ, ຕອນ​ບ່າຍ​ວັນ​ທີ 22/08, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ພະນັກງານ​ດີ​ເດັ່ນ​ຂອງກະຊວງ​ການ​ຕ່າງປະ​ເທດ ​ຜ່ານ​ໄລຍະ​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລຂາ​ທິການ​ໃຫຍ່ ຊີ້​ແຈ້ງວ່າ: ຂະ​ແໜງ​ການ​ທູດ ຕ້ອງ​ສືບ​ຕໍ່​ເປັນ​ເສນາ​ທິການ​ໃຫ​້ພັກ, ລັດ ສ້າງ​ຍຸດ​ທະ​ສາ​ດການ​ທູດ​ຢ່າງ​ມີ​ຈຸດ​ສຸມ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຢຶນຢັນ​ວ່າ.

          “ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ, ​ພະນັກ​ງານ​ຂະ​ແໜງ​ການ​ທູດລຸ້ນ​ກ່​ອນໆ ສືບ​ຕໍ່​ສຶກສາ, ​ຊັກ​ຈູງ, ໜູ​ນຊ່ວຍ​ພະນັກງານລຸ້ນຫຼັງ. ສ່ວນ​ໜ້າ​ທີ່​ຂອງ​ພັກ, ລັດ ​ແມ່ນ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ຂະ​ແໜງ​ການ​ທູດ. ພະນັກງານ​ການ​ທູດ ​ເກັ່ງ​ແລ້ວກໍຕ້ອງ​ເກັ່ງກວ່າ​ອີກ ​ແລະ ຕ້​ອງຮັກ​ຫອມ​ຊາດ. ກ່ອນ​ອື່ນ​ໝົດ​ແມ່ນມີ​ຄຸນ​ນະ​ທາດດ​້ານການ​ເມືອງ​ຢ່າງ​ເຂັ້ມ​ແຂງ. ພ້ອມ​ກັນ​ນັ້ນ​ຕ້ອງ​ຮໍ່​າຮຽນ​​ແບບ​ແຜ​ນການ​ທູດ​ຂອງ​ປະທານ​ໂຮ່ຈິ​ມິນ ​ເພື່ອ​ສ້າງ​ຖັນ​ແຖວພະນັກງານ ຕອບສະ​ໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່. ຈຸດ​ໝາຍຕົ້ນ​ຕໍ່​ແມ່ນ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ, ​ເປັນ​ເພື່ອນ​ກັບ​ທຸກໆ​ປະ​ເທດ; ບໍ່ລະ​ເມ​ີ​ເຟີ້​ຟັນ, ປະໝາດ ​ແລະ ຂາ​ດສະຕິ​ລະວັງ​ຕົວ”.

ຂ່າວ/ບົດ​ອື່ນ