ຂະແໜງສື່ມວນຊົນໄດ້ປະກອບສ່ວນສ້າງຜົນສຳເລັດຂອງການເຄື່ອນໄຫວ ພົວພັນກັບຕ່າງປະເທດ ປີ 2013

ຂະແໜງສື່ມວນຊົນໄດ້ປະກອບສ່ວນສ້າງຜົນສຳເລັດຂອງການເຄື່ອນໄຫວ ພົວພັນກັບຕ່າງປະເທດ ປີ 2013 - ảnh 1
ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະກາ​ນຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ພົບປະກັບສື່ມວນຊົນໃນຕອນເຊົ້າວັນທີ 9/1
(ພາບ: VGP/Hải Minh)

(vovworld) – ​ເມື່ອ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ສື່​ມວນ​ຊົນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/1, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະກາ​ນຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສື່​ມວນ​ຊົນ, ຖື​ວ່າ: ສື່​ມວນ​ຊົນ​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​​ເພື່ອ​ນຳ​ຂໍ້ມູນຂ່າວສານສຳລັບ​ຕ່າງປະ​ເທດ​ຂອງ​ພັກ, ລັດ ​ເຖິງ​ປະຊາຊົນ ​ແລະ ​ໂລກ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ.

    ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ຢັ້ງຢືນ​ວ່າ: ປີ 2013 ​ແມ່ນ​ປີ​ຂະ​ແໜງ​ການ​ທູດ​ບັນລຸ​ໄດ້​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ດ້ວຍ​ການ​ເຄື່ອ​ນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ​ຢ່າງ​ຟົດ​ຟື້ນ ​ແລະ ​ເປີດ​ກ້ວາງ. ​ໃນ​ຜົນ​ສຳ​ເລັດ​ລວມນັ້ນ​ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ສື່​ມວນ​ຊົນ. ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະກາ​ນຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢັ້ງຢືນ​ວ່າ:

    “ວຽກ​ງານ​ພົວພັນ​ກັບ​ຕ່າງປະ​ເທດ​ທຸກຢ່າງໃນປີ 2013 ​ໄດ້​ຮັບ​ການ​ຍົກ​ສູງ, ມີ​ການ​ແຜ່​ລາມ​ຢ່າງ​ກ້ວາງ​ຂວາງ​ແມ່ນ​ຍ້ອນ​ສື່​ມວນ​ຊົນ, ພາຫະນະ​ສື່​ມວນ​ຊົນ​ໄດ້​ໂຄສະນາ​ຢ່າງ​ກ້ວາງ​ຂວາງ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຢ່າງ​ທັນ​ການ. ດັ່ງ​ນັ້ນ, ​ເຮັດ​ໃຫ້​ໝາກຜົນ​ຂອງ​ການພົວພັນກັບ​ຕ່າງປະ​ເທດ​ໄດ້​ເພີ່ມ​ທະວີ. ຂົງ​ເຂດ​ໜຶ່ງ​ໃນ​ປີ 2013 ​​ເຊິ່ງມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ສື່​ມວນ​ຊົນ​ນັ້ນ​ແມ່ນ​ວຽກງານປົກປ້ອງ​ພົນລະ​ເມືອງ. ​ໂດຍ​ອີງ​ໃສ່​ການ​ສື່​ຂ່າວ​ຂອງ​ສື່​ມວນ​ຊົນ​ກໍ່​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ເຮັດວຽກ​ງານ​ປົກປ້ອງພົນລະ​ເມືອງ​ຢູ່ຕ່າງປະ​ເທດ​ເປັນ​ຢ່າງ​ດີ. ບັນດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ພິ​ເສດ​ແມ່ນ​​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສື່​ມວນ​ຊົນ​ກໍ່​ເອົາ​ໃຈ​ໃສ່ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ໂຄສະນາ​ເຖິງ​ປະຊາຊົນ”

   


ຂ່າວ/ບົດ​ອື່ນ