ຂະແໜງສານຫວຽດນາມ - ອູແກຼມ ຊຸກຍູ້ການຮ່ວມມື

ຂະແໜງສານຫວຽດນາມ - ອູແກຼມ ຊຸກຍູ້ການຮ່ວມມື - ảnh 1
ທີ່ການເຮັດວຽກລະຫວ່າງ​ຂະ​ແໜງ​ສານ​ຫວຽດນາມ - ອູ​ແກຼມ
(ພາບ: chinhphu.vn)

(vovworld) -     ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ໂດຍ​ທ່ານ​ຮອງປະທານ​ສານ​ຜູ້​ປະຈຳການ​ສານ​ປະຊາຊົນ​ສູງ​ສຸດ Dang Quang Phuong ​ເປັນ​ຫົວໜ້າ​ຄະນະ ຫາ​ກໍ​ມີ​ການ​ຢ້ຽມຢາ​ມ ​ແລະ ​ເຮັ​ດວຽກຢູ່​ອູ​ແກຼມ ຕາມ​ຄຳ​ເຊີນ​ຂ​ອງສານ​ອູ​ແກຼມ. ທີ່​ການ​ພົບ​ປະຕ່າງໆ, ສອງ​ຝ່າຍ​ໄດ້​​ແລກປ່ຽນ​ກ່ຽວ​ກັບ​​ໂຄງ​ປະກອບການ​ຈັດ​ຕັ້ງ, ບົດບາດ​ໜ້າ​ທີ່, ກົ​ນໄກ​ເຄື່ອນ​ໄຫວ, ຄຸ້ມ​ຄອງ​ລະບົບ​ສານ; ຝ່າຍ​ອູ​ແກຼມ ​ໄດ້​ແບ່ງປັນ​​ບົດຮຽນ​ໃນ​ການ​ບຳລຸງ​ສ້າງ, ​ແຕ່ງ​ຕັ້ງ, ນຳ​ໃຊ້​ຜູ້​ພິພາກສາ, ພະນັກ​ງານ​ຂອງ​ສານ​ອູ​ແກຼມ. ການ​ຢ້ຽມຢາມ​ຂອງ​ຄະນະ​​ໄດ້​​ເປີດ​ສາກ​ໃຫ້​ແກ່​ການ​ຮ່ວມ​ມື​ຂອງ​ຂະ​ແໜງ​ສານ​ຫວຽດນາມ - ອູ​ແກຼມ​ໃນ​ອະນາຄົດ, ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​​ເລິກ​ເຊິ​່ງ, ຫຼາຍ​ຮູບ​ຫຼາຍ​ແບບ​ກວ່າ​ອີກ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ວິທະຍາສາດ, ​ເຕັກນິກ, ການ​ສຶກສາ​ບຳລຸງ​ສ້າງ, ວັດທະນະທຳ​ສັງຄົມ​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຂົງ​ເຂດ​ສານ ​ແລະ ຍຸດຕິ​ທຳ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ