ຄຸນຄ່າພື້ນຖານຂອງຄອບຄົວຍາມໃດກໍ່ແມ່ນສິ່ງສັກກະລະບູຊາສຳລັບຊາວຫວຽດນາມແຕ່ລະຄົນ

ຄຸນຄ່າພື້ນຖານຂອງຄອບຄົວຍາມໃດກໍ່ແມ່ນສິ່ງສັກກະລະບູຊາສຳລັບຊາວຫວຽດນາມແຕ່ລະຄົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ຄອບ​ຄົວ ຫວຽດນາມ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​​ ຄຸນຄ່າ​ພື້ນຖານ​ຂອງ​ຄອບຄົວ​ຍາມ​ໃດ​ກໍ່​ແມ່ນ​ສິ່ງສັກກະ​ລະ​ບູຊາສຳລັບ​ຊາວ​ ຫວຽດນາມ ​ແຕ່ລະຄົນ ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ຄອບ​ຄົວ ຫວຽດນາມ (28/06/2001 – 28/06/2016) ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 28/06 ຢູ່ ​ຮ່າ​ໂນ້ຍ. ດ້ວຍ​ບັນດາ​ຄຳ​ອວຍພອນອັນ​ດີງາມ​ທີ່​ສຸດ​ສົ່ງ​ເຖິງ​ບັນ​ດາ​ຄອບຄົວ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຍັງ​ຍົກ​ອອກ​ສານ “ຈົ່ງ​ສ້າງ​ຊາຍ​ຄາ​ເຮືອນ​ດ້ວຍ​ຄວາມ​ຮັກ ມັນ​ຈະ​ກາຍ​ເປັນ​ຄອບຄົວ​ມີ​ຄວາມ​ຜາ​ສຸກ” ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ:

        “ພັກ ​ແລະ ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ມີ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຫລາຍ​ຢ່າງ ​ເພື່ອ​ຮັກສາ​ຄຸນຄ່າ​ຄອບຄົວ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​ໃຫ້​ບັນດາ​ຂະ​ແໜງ​ການ, ທຸກ​ຂັ້ນ ​ແລະ ສ່ວນ​ບຸກຄົນ​​ໄດ້ເບິ່ງ​ແຍງ​ດູ​​ແ​ລສ້າງ​ຄອບຄົວ ຫວຽດນາມ ​ໃຫ້ອີ່ມໜຳ​ສຳລານ ​ແລະ ມີ​ຄວາມ​ຜາ​ສຸກ. ​ໃນ​ສະພາບ​ການ​ຖືກ​ຜົນ​ກະທົບ​ຫລາຍ​ຢ່າງ​ຂອງການຫັນ​ເປັນ​ໂລກາ​ພິວັດ ​ແລະ ​ເສດຖະກິດ​ການ​ຕະຫລາດ, ​ໂຄງ​ປະກອບ ​ແລະ ການ​ພົວພັນ​ຄອບຄົວ ຫວຽດນາມ ມີ​ບັນດາ​ການ​ປ່ຽນ​ແປງ, ຊ້ຳ​ບໍ່​ໜຳ ມີ​ບັນດາ​ການ​ປ່ຽນ​ແປງ ອາດ​ຈະ​ໃຫ້​ມູນ​ເຊື້ອສູນ​ເສຍ​​ໄປ”.

        ຕາມ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລ້ວ, ​ເພື່ອ​ເຊີດ​ຊູ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ຄອບຄົວ ຫວຽດນາມ, ຄວນ​ປະຕິບັດ​ບາງ​ໜ້າ​ທີ່​ລະອຽດ​ຄື: ຜັນ​ຂະຫຍາຍ​ຄົບ​ຊຸດ​ບັນດາ​ມາດ​ຕະການ​ໃນ​ຍຸດ​ທະ​ສາດ​ພັດທະນາ​ຄອບຄົວ ຫວຽດນາມ 2020 ວິ​ໄສ​ທັດ 2030, ​ໂຄງການດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ໃຊ້ຄວາມ​ຮຸນ​ແຮງຄອບ​ຄົວ, ​ໂຄງການ​ສຶກສາອົບຮົມ​ຊີວິ​ດການ​ເປັນ​ຢູ່​ຄອບຄົວ​ຮອດ​ປີ 2020.

ຂ່າວ/ບົດ​ອື່ນ