ຄວບຄຸມການປະທະກັນອາດຈະເກີດຂຶ້ນຢູ່ທະເລຕາເວັນອອກແມ່ນຕ້ອງມີການຮ່ວມມືຂອງບັນດາຝ່າຍ

(VOVWORLD) -  ເຂົ້າຮ່ວມກອງປະຊຸມສຳມະນາ ມີຜູ້ແທນ 70 ຄົນ ທີ່ມາຈາກ: ບຣູໄນ, ຈີນ, ຟິລິບປິນ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ສິງກະໂປ, ຫວຽດນາມ ແລະ ໃຕ້ຫວັນ (ຈີນ).
ຄວບຄຸມການປະທະກັນອາດຈະເກີດຂຶ້ນຢູ່ທະເລຕາເວັນອອກແມ່ນຕ້ອງມີການຮ່ວມມືຂອງບັນດາຝ່າຍ - ảnh 1ກອງປະຊຸມສຳມະນາຄັ້ງທີ 27 ຢູ່ ອິນໂດເນເຊຍ 

ກອງປະຊຸມສຳມະນາຄັ້ງທີ 27 ກ່ຽວກັບການຄວບຄຸມການປະທະທີ່ອາດຈະເກີດຂຶ້ນຢູ່ທະເລຕາເວັນອອກ, ໂດຍກະຊວງການຕ່າງປະເທດ ອິນໂດເນເຊຍ ສົມທົບກັບສູນຄົ້ນຄວ້າ ອາຊີ - ຕາເວັນອອກສ່ຽງໃຕ້ ຈັດຕັ້ງໃນວັນທີ 16 – 17 ພະຈິກ, ຢູ່ອິນໂດເນເຊຍ. ເຂົ້າຮ່ວມກອງປະຊຸມສຳມະນາ ມີຜູ້ແທນ 70 ຄົນ ທີ່ມາຈາກ: ບຣູໄນ, ຈີນ, ຟິລິບປິນ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ສິງກະໂປ, ຫວຽດນາມ ແລະ ໃຕ້ຫວັນ (ຈີນ).

        ກ່າວຄຳເຫັນທີ່ພິທີໄຂກອງຊຸມສຳມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Abdurrahman Mohammad Fachir ຊີ້ແຈ້ງທັດສະຂອງ ອິນໂດເນເຊຍ ແມ່ນພາກພື້ນທະເລຕາເວັນອອກຕ້ອງໄດ້ຮັບການຄຸ້ມຄອງຜ່ານການຮ່ວມມືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ. ກອງປະຊຸມສຳມະນາແມ່ນຂໍ້ລິເລີ່ມຂອງ ອິນໂດເນເຊຍ ເພື່ອແນໃສ່ນຳມາເຊິ່ງກາລະໂອກາດຮ່ວມມືຫຼາຍຢ່າງລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຜ່ານກົນໄກເຈລະຈາ.

        ຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ຢູ່ນອກອງປະຊຸມສຳມະນາ ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Fachir ຢືນຢັນວ່າ ການຄວບຄຸມການປະທະທີ່ອາດຈະເກີດຂຶ້ນ ຢູ່ທະເລຕາເວັນອອກ ຢາກນຳມາຊຶ່ງປະສິດທິຜົນຕ້ອງອີງໃສ່ການຮ່ວມມື. ໃນປີນີ້, ບັນດາຝ່າຍໄດ້ເຫັນດີເປັນເອກະພາບປະຕິບັດ 8 ໂຄງການຮ່ວມ. ຕາມທ່ານແລ້ວ, ບັນດາໂຄງການເຫຼົ່ານີ້ແນ່ນອນວ່າຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນບັນດາຄວາມມານະພະຍາຍາມຊ່ວຍທະເລຕາເວັນອອກກາຍເປັນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພ້ອມທັງນຳມາຊຶ່ງຜົນປະໂຫຍດດ້ານເສດຖະກິດ; ນຳມາຊຶ່ງຄວາມໄວ້ເນື້ອເຊື້ອໃຈເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດໃນພາກພື້ນ, ພິເສດແມ່ນບັນດາປະເທດຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ