ຄວາມຄາດສະຖຽນລະພາບເພີ່ມຂຶ້ນຢູ່ ຢູແກຼນ ຕາເວັນອອກ

ຄວາມຄາດສະຖຽນລະພາບເພີ່ມຂຶ້ນຢູ່ ຢູແກຼນ ຕາເວັນອອກ  - ảnh 1
(ພາບປະກອບ: tienphong.vn)

(vovworld) - ວັນ​ທີ 12/04, ພາກສ່ວນ​ປະກອບ​ອາວຸດ​ນັບ​ສິ​ບຄົນ ​ໄດ້​ບຸກ​ເຂົ້າ​ຢຶດຄອງ​ອາຄານ​ຫຼັງໜຶ່ງ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປ້ອມ​ຕຳ​ຫຼວດ ຢູ່ Slavyansk, ​ເທດສະບານ​ທີ່​ຫ່າງ​ຈາກ​ນະຄອນ Donetsk ຢູ່ ຢູ​ແກຼນ ຕາ​ເວັນ​ອອກ  ​ໄປ​ທາງ​ທິດ​ເໜືອປະມານ 100 ກມ, ​ເຊິ່ງ​​ແມ່ນ​ແຫ່ງ​ທີ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ປິດ​ລ້ອມ​ອາຄານ​ຫຼັງ​ໜຶ່ງຂອງ​ລັດຖະບານ​ກ່ອ​ນນີ້​ເກືອ​ບອາທິດ​ໜຶ່ງ. ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ ​ໃນ​ລັດຖະບານ​ຊົ່ວຄາວ​ຢູ​ແກຼນ Asen Avakov ປະກາດ​ວ່າ​ ຈະມີ​ບັນດາ​ມາດ​ຕະການລົງ​ໂທດ​ທີ່​ເໝາະ​ສົມ​ສຳລັບ​ການ​ກະທຳ​ດັ່ງກ່າວ.

        ຜູ້​ຮັກສາການ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຢູ​ແກຼນ Andrii Deshchytsia ​ໃຫ້​ຮູ້​ວ່າ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ເພື່ອ​ປຶກສາ​ຫາລື​ບັນຫາ​ນີ້. ​ແຕ່​ວ່າ, ລັດ​ເຊຍ ​ໄດ້ປະຕິ​ເສດ​ການ​ໜູນ​ຊ່ວຍ​ບັນດາ​ພາກສ່ວນ​ທີ່​ໄດ້​ຍຶດຄອງ​ອາຄານ 4 ຫຼັງຂອງ​ລັດຖະບານຢູ່​ຢູ​ແກຼນ ຕາ​ເວັນ​ອອກ.

        ມາ​ຮອດ​ປະຈຸ​ບັນ, ລັດ​ເຊຍ ຍັງ​ຢືນຢັນ​ບໍ່​ມີ​​ແຜນ​ໂອນ​ພາກຕາ​ເວັນອອກ - ​ໃຕ້​ຂອງ​ຢູ​ແກຼນ ຍ້ອນ​ສິ່ງ​ດັ່ງກ່າວ​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍ​ດ​ເປັນ​ພື້ນຖານ​ຂອງ​ສະຫະພັນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ