ຄວາມສຸດຈິດສຸດໃຈຂອງຊາວໜຸ່ມຫວຽດນາມ ໃນການສ້າງສາປະເທດຊາດ

ຄວາມສຸດຈິດສຸດໃຈຂອງຊາວໜຸ່ມຫວຽດນາມ ໃນການສ້າງສາປະເທດຊາດ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10
ຂອງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ
(ພາບ: thanhnien.com.vn)


(vovworld) -ຕອນ​ບ່າຍ​ວັນ​ທີ 13/12, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ປະກາດ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມຄັ້ງ​ທີ 10 ​ແລະ ລົງມະຕິ​ຮັບຮອງ​ເອົາ​ບັນດາ​ຄາດໝາຍ​ພື້ນຖານ​ຂອງ​ວຽກ​ງານ​ຊາວ​ໜຸ່ມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ອາຍຸ​ການ 2012 - 2017. ກອງ​ປະຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຜູ້​ແທນ 151 ຄົນ​ເຂົ້າ​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ຄັ້ງ​ທີ 10. ຕອນ​ຄຳ່​ຂອງ​ວັນ​ດຽວ​ກັນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ຊຸດ​ທີ 10 ​ແລະ ​ເລືອກ​ຕັ້ງ​ຄະນະ​ປະຈຳ, ​ເລຂາ​ທີໜຶ່ງ ​ແລະ​ ຄະນະ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ.

ມີ​ຜູ້​ແທນ​​ເຊິ່ງ​ແມ່ນ​ບັນດາ​ພະນັກງານ, ສະມາຊິກ​​ຊາວໜຸ່ມ​ດີ​ເດັ່ນ​ກວ່າ 1000 ຄົນ ທີ່​ຕາງໜ້າ​​​ໃຫ້​ສະມາຊິກ​​ຊາວໜຸ່ມ 7 ລ້ານຄົນທີ່​ມາ​ຈາກ​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ ​ແລະ ພວມ​ຮໍ່າ​ຮຽນ, ປະຕິບັດ​ງານ​ຢູ່​ຕ່າງປະ​ເທດ ​ໄດ້​​ເຂົາ​ຮ່ວມກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ທີ່ດຳ​ເນີນ​ໄປ​​ໃນ​ລະຫວ່າງ​ວັນ​ທີ 12 – 14/12, ຢູ່​ທີ່​ຮ່າ​ໂນ້ຍ. ​ໃນ​ການ​ໂອ​ລົ​ມກັບ​ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຢູ່​ນອກ​ກອງ​ປະຊຸມ​ໃຫຍ່, ຮ້ອຍ​ໂທ ​ເລຫງ​ອກຈູງ (Le Ngoc Chung), ນັກ​ການ​ເມືອງ​ຮ້ານ​ຍາມ DK1/20, ກອງພັນ DK1, ກອງ​ບັນຊາ​ການ​ກອງທັບ​ເຮືອເຂດ 2 ​ໄດ້​ສະ​ແດງຄວາມມ່ວນ​ຊື່ນ​ເມື່ອ​ໄດ້ກັບ​ຄືນ​ເຂດ​ດິນ​ຕໍ່​ແຜ່ນ ​​ເພື່ອເຂົ້າ​ຮ່ວມກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​. ອ້າຍ ເລຫງ​ອກຈູງ ​ເວົ້າ​ຄວາມ​ໃນ​ໃຈ​ວ່າ.

“ມີ 2 ​ເລື່ອງ​ທີ່​ຂ້າພະ​ເຈົ້າ​ຢາກ​ຝາກ​ຝັງເຖິງ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ນັ້ນ​ແມ່ນ; ​ພວກ​ເພື່ອນຈົ່ງເຊື່ອ​ໝັ້ນ​ຕໍ່ໄວ​ໜຸ່ມ​ກອງທັບ​ເຮືອ, ​ໄວ​ໜຸ່ມ​ຂອງຮ້ານ​ຍາມ ​ແລະ ​ໄວ​ໜຸ່ມ​ຂອງ​ເຈືອງ​ຊາ. ຢູ່​ທີ​ນັ້ນ, ຍາມ​ໃດເພື່ອ​ນຮ່ວມ​ກົມ​ກອງ​ຂອງ​ຂ້າພະ​ເຂົ້າກໍ​ກ່ຽມພ້ອມ​ຮັບ​ມື ​ແລະ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ທົດ​ສອບທຸກ​ຢ່າງ​ ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາຂອງ​ປະ​ເທດ​ຊາດ, ດ້ວຍຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຜູ້​ເຮັດ​ໜ້າ​ທີ່​ຮັກສາ​ທະ​ເລ​ວ່າ ຍັງ​ມີ​ຊີວິດ ​ແມ່ນ​ຈະ​ຮັກສາທະ​ເລ​ຂອງ​ປະ​ເທດ​ໄດ້”.

ກັບ​ເມື່ອ​ເຂົ້າ​ຮ່ວມປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ນີ້, ອ້າຍ ດັ້ງ​ເຕີດ​ຢຸງ (Dang Tat Dung), ປະທານ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ ຢູ່ Leeds, ​ແຫ່ງລາ​ຊະ​ອານາຈັກ​ອັງກິດ, ປາດ​ຖະໜາ​ວ່າ ຢາກ​ປະກອບ​ຂໍ້​ລິ​ເລີ່​ມໃຫ້​​ແກ່ວຽກ​ງານ​ສາມັກຄີ, ​ເຕົ້າ​ໂຮມ​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ຢູ່​ຕ່າງປະ​ເທດ.

“ກ່ອນ​ທີ່​ກັບ​ເມື່ອ​ຫວຽດນາມ, ຂ້າພະ​ເຈົ້າ​ໄດ້​ຝາກ​ບົດ​ປະກອບ​ຄຳ​ເຫັນ​​ໃຫ້​ສູນ​ກາງ​ຊາວ​ໜຸ່ມ​, ​ໃນ​ນັ້ນ​ຊີ້​ແຈ້ງ​ບາງ​ຂໍ້​ສະ​ເໜີ​ເພື່ອ​ໃຫ້​ນັກ​ສຶກສາ, ຊາວ​ໜຸ່ມ​ຕ່າງປະ​ເທດ​ພ້ອມ​ກັນເຂົ້າ​ຮ່ວມ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ມີ​ຂໍ້​ມູນຂ່າວ​ທີ່ມີ​ຫຼາຍ​ຮູບ​ຫຼາຍ​ແບບ​, ​ເໝາະ​ສົມ​ກັບ​ສະພາບ​ແວດ​ລ້ອມ​ຂອງຊາວ​ໜຸ່ມ​ຕ່າງປະ​ເທດ​ກວ່າ​ອີກ.”

ຕາມ​ອ້າຍ ດັ້ງ​ເຕີດ​ຢຸງ ​ແລ້ວ, ​​ເລື່ອງ​ແບ່ງປັນ​ຂໍ້​ມູນ​ຂ່າວ​ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ຢູ່​ຕ່າງປະ​ເທດມີ​ຄວາມ​ສະໜິດຕິດ​ພັນ​ກັບ​ບ້ານ​​ເກີດ​ເມືອງ​ນອນ​ກວ່າເທົ່ານັ້ນ ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ເຂົ້າ​ເຂົ້າ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕ້ອງການ, ຄວາມ​ມຸ້ງ​ຫວັງ​ທີ່​ສົມ​ເຫດ​ສົມຜົນຂອງ​ຕົນອີກ​ດ້ວຍ, ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ຕັ້ງໜ້າ​.

ຂ່າວ/ບົດ​ອື່ນ