ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ຕ້ອງ​ການ​ຮ່ວມ​ມື ຫວຽດ​ນາມ - ອາ​ຟ​ຣີ​ກາຍັງ ໃຫຍ່ຫຼວງ​ທີ່​ສຸດ

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງນີ້ ແມ່ນ ສະແດງໃຫ້ເຫັນແນວທາງການຕ່າງປະເທດ ເອກະລາດເປັນເຈົ້າຕົນເອງຫັນເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍ ແລະ ພ້ອມທັງ ສະແດງໃຫ້ເຫັນຈິດໃຈຕັ້ງໜ້າເປັນເຈົ້າການມີຄວາມຮັບຜິດຊອບ ຕໍ່ປະຊາຄົມສາກົນເວົ້າລວ ແລະ ພາກພື້ນອາຣີກາເວົ້າສະເພາະ.
ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ຕ້ອງ​ການ​ຮ່ວມ​ມື ຫວຽດ​ນາມ - ອາ​ຟ​ຣີ​ກາຍັງ ໃຫຍ່ຫຼວງ​ທີ່​ສຸດ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ຄືດັ່ງໄດ້ໃຫ້ຂ່າວໄປແລ້ວ, ຕອນຄ່ຳວັນທີ 28 ຕຸລາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ ວາລະປຶກສາຫາລືເປີດຂັ້ນສູງທາງໄກ ກ່ຽວກັບການຮ່ວມມືລະຫວ່າງສປຊ ແລະ ສະຫະພາບອາຟຣີກາ (AU) ດ້ວຍຫົວເລື່ອງ “ເພີ່ມທະວີຄວາມສາມັກຄີ ເພື່ອ ສັນຕິພາບ ແລະ ສະຖຽນລະພາບໃນສະພາບແວດລ້ອມການປະທະກັນກຳລັງປ່ຽນແປງ”. ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບການປະກອບສ່ວນຂອງຫວຽດນາມ ທີ່ ວາລະປຶກສາຫາລືນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ ໃຫ້ຮູ້ວ່າ:

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງນີ້ ແມ່ນ ສະແດງໃຫ້ເຫັນແນວທາງການຕ່າງປະເທດ ເອກະລາດເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ພ້ອມທັງ ສະແດງໃຫ້ເຫັນຈິດໃຈຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ ຕໍ່ປະຊາຄົມສາກົນເວົ້າລວ ແລະ ພາກພື້ນອາຣີກາເວົ້າສະເພາະ. ການເຂົ້າຮ່ວມວາລະປຶກສາຫາລືນີ້ຂອງທ່ານປະທານປະເທຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຕໍ່ການພົວພັນທີ່ເປັນມູນເຊື້ອກັບພາກພື້ນອາຣີກາ.

ຕອບກັບ

ຂ່າວ/ບົດ​ອື່ນ