ຄວາມເຄັ່ງຕຶງກ່ຽວຂ້ອງເຖິງນັກສືບ Skripal: ລັດເຊຍແລະອັງກິດດຳເນີນການພົບປະຂັ້ນສູງທຳອິດ

(VOVWORLD) -ວັນທີ 16 ກຸມພາ, ທ່ານຮອງລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດລັດເຊຍ Vladimir Titvo ໄດ້ມີການພົບປະກັບທ່ານຮອງລັດຖະມົນຕີການຕ່າງປະເທດອັງກິດ, ຜູ້ຮັບຜິດຊອບບັນຫາເອີລົບ Alan Ducan ຢູ່ນອກກອງປະຊຸມຄວາມໝັ້ນຄົງ Munich (ເຢຍລະມັນ).

ຄວາມເຄັ່ງຕຶງກ່ຽວຂ້ອງເຖິງນັກສືບ Skripal: ລັດເຊຍແລະອັງກິດດຳເນີນການພົບປະຂັ້ນສູງທຳອິດ - ảnh 1 ນັກສືບຊາວລັດເຊຍ Sergei Skripal

(ພາບປະກອບ: AFP/TTXVN)

ນີ້ແມ່ນການພົບປະຂັ້ນສູງທຳອິດລະຫວ່າງ 2 ປະເທດໃນຮອບເວລາເກືອບ 1 ປີຜ່ານມາ, ພາຍຫຼັງເກີດເຫດວາງຢາເບື່ອນັກສືບຊາວລັດເຊຍ Sergei Skripal ເມື່ອເດືອນມີນາ 2018 ຢູ່ນະຄອນ Salisbury ຂອງອັງກິດ, ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດຖືກຢຸດຕິ. ແຈ້ງການຂອງຫ້ອງວ່າການກະຊວງການຕ່າງປະເທດອັງກິດ ໃຫ້ຮູ້ວ່າ, ທີ່ການພົບປະ, ທ່ານ Alan Ducan ເນັ້ນໜັກວ່າ, ຍັງມີຄວາມແຕກຕ່າງກັນຫຼາຍຢ່າງລະຫວ່າງ 2 ປະເທດ ແລະ ຝ່າຍລັດເຊຍ ຄວນເລືອກທາງໄປອື່ນ ແລະ ມີການກະທຳຄືດັ່ງຄູ່ຮ່ວມມືມີຄວາມຮັບຜິດຂອບ ກ່ອນທີ່ມີການປ່ຽນແປງໃນການພົວພັນລະຫວ່າງອັງກິດ ແລະ ລັດເຊຍ. ທ່ານ Alan Ducan ຢືນຢັນວ່າ, ອັງກິດ ບໍ່ມີແນວຄິດຕາຍຕົວຕໍ່ລັດເຊຍ ແລະ ລອນດອນ ຈະສືບຕໍ່ສ້າງ ແລະ ປັບປຸງການພົວພັນດ້ານວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນກັບລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ