ຄວາມເຄັ່ງຕຶງລະຫວ່າງອີຣານ-ອາຣັບບີຊາອູດິ:ປາກິດສະຖານຮຽກຮ້ອງສ້າງຕັ້ງໂທລະສັບສາຍດ່ວນ

ຄວາມເຄັ່ງຕຶງລະຫວ່າງອີຣານ-ອາຣັບບີຊາອູດິ:ປາກິດສະຖານຮຽກຮ້ອງສ້າງຕັ້ງໂທລະສັບສາຍດ່ວນ - ảnh 1
​ທ່ານ​ນາຍົກລັດຖະມົນຕີ ປາ​ກິດ​ສະຖານ Nawaz Sharif
(ພາບ: AP)

(vovworld) - ວັນ​ທີ 18/01 ວົງ​ການ​ເຈົ້າ​ໜ້າ​ທີ່ ປາ​ກິດ​ສະຖານ ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​​ແທນ​ຂັ້ນ​ສູງ​ຂອງ​ ປາ​ກິດ​ສະຖານ, ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ປາ​ກິດ​ສະຖານ Nawaz Sharif ນ​ຳໜ້າ​ໄປ​ຢ້ຽມຢາມ ອາຣັບບີ​ ຊາ​ອູ​ດິ ​ໄດ້​ຮຽກ​ຮ້ອງ​ສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນລະຫວ່າງ ອາຣັບບີ ​ຊາ​ອູ​ດິ ​ແລະ ອີຣານ. ການ​ຢ້ຽມຢາມ​ຄັ້ງນີ້ ດຳ​ເນີນ​​ໄປໃນສະພາວະທີ່ ປາ​ກິດ​ສະຖານ ພວມ​ມານະ​ພະຍາຍາມ​ເປັນຄົນ​ກາງ​​ໄກ່

​ເກ​ຍປອງ​ດອງ​ລະຫວ່າງ ອີຣານ ​ແລະ ອາຣັບບີ​ ຊາ​ອູ​ດິ ພາຍຫລັງ​​​ເຫດການ Riyadh ສັງຫານບາດ​ຫລວງ​ອິດສະ​ລານນິກາຍ​ Shiite Nimr al – Nimr. ສຳ​ນັກ​ຂ່າວສານ​ທາ​ງການ SPA ຂອງ ອາຣັບບີ​ ຊາ​ອູ​ດິ ​ໃຫ້ຂ່າວວ່າ ທ່ານ​ນາຍົກລັດຖະມົນຕີ Sharif ​ພ້ອມ​ກັບ ​ເສນາ​ທິການ​ໃຫຍ່ກອງທັບ ປາ​ກິດ​ສະຖານ ທ່ານ Raheel Sharif ​ໄດ້ພົບ​ປະ​​ເຈລະຈາກັບ​ເຈົ້າ​ຊີວິດ Salma ຢູ່ Riyadh. ທີ່​ການ​ພົບ​ປະ, ທ່ານ​ນາ​ຍົກ​ລັດຖະມົນຕີ Sharif ​​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນຂອງ​ເລື່ອງ​ສ້າງ​ຕັ້ງ​ໂທລະສັບ​ສາຍ​ດ່ວນ​ລະຫວ່າງ ອີຣານ ​ແລະ ອາຣັບບີ​ ຊາ​ອູ​ດິ, ຮຽກຮ້ອງ​ແກ້​ໄຂ​ບັນດາ​ຄວາມ​ແຕກ​ຕາງກັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດລະຫວ່າງ​ປະຊາ​ຄົມ​ອິດສາ​ລານ​ດ້ວຍ​ສັນຕິ​ວິທີ.

ຂ່າວ/ບົດ​ອື່ນ