ຄວາມເອ​ກະ​ລັກ​​ຢູ່ຕະຫຼາດດອກ​ໄມ້​​ລະ​ດູ​ບານ​ໃໝ່ “​ຢູ່​ທ່າ​ບິ່ງ​ດົງ” ນະ​ຄອນ ໂຮ​​ຈີ​ມິນ, ຫວຽດ​ນາມ

(VOVWORLD) - ປີນີ້, ຕະຫຼາດດອກໄມ້ລະດູບານໃໝ່ “ຢູ່ທ່າບິ່ງດົງ” ໄດ້ເຕົ້າໂຮມກ່ວາ 600 ສວນດອກໄມ້ ທີ່ມາຈາກບັນດາແຂວງ ຕຽນຊາງ, ດົງທ້າບ, ເບນແຈ… ວາງສະແດງບັນດາຜະລິດຕະພັນ ໝາກໄມ້, ຜົນລະປູກ, ດອກໄມ້, ຕົ້ນໄມ້ປະດັບ… ຫຼາກຫຼາຍສາຍພັນ, ໃຫ້ບໍລິການຕາມຄວາມຕ້ອງການຊົມຊື້ໃນວັນບຸນເຕັດ ຫວຽດນາມ.
ຄວາມເອ​ກະ​ລັກ​​ຢູ່ຕະຫຼາດດອກ​ໄມ້​​ລະ​ດູ​ບານ​ໃໝ່ “​ຢູ່​ທ່າ​ບິ່ງ​ດົງ” ນະ​ຄອນ ໂຮ​​ຈີ​ມິນ, ຫວຽດ​ນາມ - ảnh 1ລາຍການສະແດງສິລະປະທີ່ພິທີສະຫຼອງ (ພາບ: TTXVN)

ຕອນຄ່ຳ ວັນທີ 4 ກຸມພາ, ຄະນະຈັດຕັ້ງພິທີສະເຫຼີມສະຫຼອງ ບັນດາວັນບຸນໃຫ່ຍຂອງ ນະຄອນໂຮ່ຈີມິນ ໄດ້ຈັດພິທີເປີດຕະຫຼາດດອກໄມ້ລະດູບານໃໝ່ “ຢູ່ທ່າບິ່ງດົງ” ຢູ່ເຂດທ່າ ບິ່ງດົງ (ເມືອງ 8). ນີ້ແມ່ນ 1 ໃນ 19 ເຫດການງານບຸນ, ສິລະປະ, ວັດທະນະທຳ ທີ່ຈັດຂຶ້ນຢ່າງເປັນປະຈຳຢູ່ ນະຄອນໂຮ່ຈີມິນ ເພື່ອໃຫ້ບໍລິການຄວາມຕ້ອງການຊົມຊື້ຕົ້ນໄມ້ປະດັບ ແລະ ດອກໄມ້ປະດັບຂອງປະຊາຊົນ.

ປີນີ້, ຕະຫຼາດດອກໄມ້ລະດູບານໃໝ່ “ຢູ່ທ່າບິ່ງດົງ” ໄດ້ເຕົ້າໂຮມກ່ວາ 600 ສວນດອກໄມ້ ທີ່ມາຈາກບັນດາແຂວງ ຕຽນຊາງ, ດົງທ້າບ, ເບນແຈ… ວາງສະແດງບັນດາຜະລິດຕະພັນ ໝາກໄມ້, ຜົນລະປູກ, ດອກໄມ້, ຕົ້ນໄມ້ປະດັບ… ຫຼາກຫຼາຍສາຍພັນ, ໃຫ້ບໍລິການຕາມຄວາມຕ້ອງການຊົມຊື້ໃນວັນບຸນເຕັດ ຫວຽດນາມ.

ຈຸດໃໝ່ຂອງ ຕະຫຼາດດອກໄມ້ລະດູບານໃໝ່ ໃນປີນີ້ແມ່ນ ຖະໜົນສິລະປະດິນແດງເຜົາຂອງ ແຂວງວິງລອງ; ບັນຍາກາດຫ້າງຮ້ານດອກໄມ້ທີ່ເປັນເອກະລັກຂອງ ນະຄອນດາລັດ ແຂວງເລິມດົງ,  ບັນດາໜ້າຮ້ານແນະນຳ, ວາງສະແດງລວມ ບັນດາຜສະລິດຕະພັນທີ່ເປັນເອກະລັກສະເພາະຂອງແຕ່ລະເຂດເຊັ່ນ: ດອກໄມ້ຕະຫຼາດແລັກ - ແຂວງເບ້ນແຈ, ໝາກມັງກອນເຫຼືອງ (ແຂວງວິງລອງ); ໝາກກ້ຽງ ລາຍວຸງ, ໝາກມ່ວງ ກາວແລັງ (ແຂວງດົງທ້າບ), ຜັກຜົນລະໄມ້ແປກຕາ ຈາກນະຄອນດາລັດ… ./.

ຕອບກັບ

ຂ່າວ/ບົດ​ອື່ນ