ຄະນະກວດກາ ກົມການເມືອງເຮັດວຽກ ກັບຄະນະພັກກະຊວງຄົມມະນາຄົມຂົນສົ່ງ

ຄະນະກວດກາ ກົມການເມືອງເຮັດວຽກ ກັບຄະນະພັກກະຊວງຄົມມະນາຄົມຂົນສົ່ງ - ảnh 1
​ທ່ານ ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ ກ່າວຄຳເຫັນທີ່ພິທີ
(ພາບ: Trọng Đạt/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 11/9, ຢູ່ ຮ່າ​ໂນ້ຍ, ຄະນະ​ກວດກາ​ຂອງ​ກົມ​ການ​ເມືອງ​ໂດຍ​ທ່ານ ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ເປັນ​ຫົວໜ້າ​ຄະ​ນະ​ມີ​ການ​ເຮັ​ດວຽກ​ກັບ​ຄະນະ​ພັກ​ກະຊວງ​ຄົມມະ​ນາ​ຄົມ​ຂົນ​ສົ່ງ​ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ຊີ້ນຳ, ນຳພາ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ຊຸດ​ທີ 11 ກ່ຽວ​ກັບ​ການ “ສືບ​ຕໍ່​ຍູ້​ແຮງ​ກາ​ນຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ”. ​ເມື່ອ​ສະຫລຸບ​ການ​ເຮັດ​ວຽກ, ທ່ານ ​ເລ​ຮົ່ງ​​ແອ​ງ ຕີ​ລາຄາ​ວ່າ: ​ເລື່ອງ​ຊາບ​ຊຶມ, ຈັດ​ຕັ້ງ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຢູ່ ກະຊວງ​ຄົມມະນາຄົມ ຂົນ​ສົ່ງ ຮັບປະກັນ​ລັກສະນະ​ເຂັ້​ມງວດ, ຖືກ​ກັບ​ກຳນົ​ດ, ການ​ແນະນຳ​ຂອງ​ສູນ​ກາງ. ​ແຕ່​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ໝາກຜົນ​ການ​ປະຕິບັດ​ພຽງ​ແມ່ນ​ບາດກ້າວທຳ​ອິດ​ເທົ່າ​ນັ້ນ. ​ເພື່ອ​ສືບ​ຕໍ່​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ, ​ແໜ້ນ​ແຟ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ​ເລ​ຮົ່ງ​ແອ​ງ ສະ​ເໜີ​ໃຫ້​ຄະນະ​ພັກ ສືບ​ຕໍ່​ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ, ກວດກາ, ຊຸກຍູ້, ນຳ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ປະທານ ​ໂຮ່ຈີ​ມິ​ນ ກາຍ​ເປັນ​ບັ້ນ​ດຳ​ເນີນ​ຊີວິດ​ເປັນ​ປະ​ຈຳຢູ່​ໜ່ວຍ​ພັກ, ຄະນະ​ພັກ. ຄະນະ​ພັກ​ກະຊວງ​ຄົມມະນາຄົມ ຂົນ​ສົ່ງ ຊີ້​ນຳ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ສຶກສາ​ກ່ຽວ​ກັບ​ແນວ​​ຄິດ, ​ແບບ​ຢ່າງ​ຄຸນ​ສົມບັດ​ປະທານ ​ໂຮ່ຈີ​ມິນ ​ແລະ ​ເລື່ອງ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ​ເປັນ​ປະຈຳ, ພິ​ເສດ​ແມ່ນ​ໂຄສະນາ ກ່ຽວ​ກັບ​ບັນດາ​​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດຕາມ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ.

 

 

ຂ່າວ/ບົດ​ອື່ນ