ຄະນະກຳມະການ ເອີຣົບ ຮັບຮູ້ບັນດາໝາກຜົນໃນການຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ

(VOVWORLD) - ວັນທີ 14 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ມີການເຮັດວຽກກັບຄະນະກວດກາຂອງຄະນະກຳມະການ ເອີຣົບ (EC) ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ຄະນະກຳມະການ ເອີຣົບ ຮັບຮູ້ບັນດາໝາກຜົນໃນການຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ - ảnh 1   ທີ່ການຕ້ອນຮັບ (ພາບ: VGP)

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ໄດ້ຢືນຢັນວ່າ: ທັງລະບົບການເມືອງຂອງ ຫວຽດນາມ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ສຸມໃສ່ປະຕິບັດ, ຜັນຂະຫຍາຍມາດຕະການແກ້ໄຂບັນດາຂໍ້ສະເໜີແນະຂອງ EC ຢ່າງຂ້ຽວຂາດ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ເນັ້ນໜັກວ່າ: ແຜນນະໂຍບາຍຂອງ ຫວຽດນາມ ແມ່ນປະຕິບັດນະໂຍບາຍພັດທະນາອາຊີບຫາປາແບບທັນສະໄໝ, ຍືນຍົງ ແລະ ມີຄວາມຮັບຜິດຊອບ. ໃນໄລຍະຈະມາເຖິງ, ທ່ານ ຈິ້ງດີ່ງຢຸງ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ຢຶດໝັ້ນສ້າງແຜນການ, ຍຸດທະສາດດ້ວຍໄລຍະຕ່າງໆ ເພື່ອແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນການຄຸ້ມຄອງ, ແກ້ໄຂດ້ານພື້ນຖານວັດຖຸກໍ່ຄືສະຕິຄວາມຮັບຮູ້ຂອງຊາວປະມົງ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງ Veronika Veits, ຫົວໜ້າອົງການບໍລິຫານມະຫາສະໝຸດສາກົນ ແລະ ອາຊີບຫາປາແບບຍືນຍົງ, ຜູ້ຮັບຜິດຊອບບັນດາບັນຫາທະເລ ແລະ ສິນໃນນ້ຳຂອງ EC, ຫົວໜ້າຄະນະກວດກາຢືນຢັນວ່າ: ການເຮັດວຽກໃນ 10 ວັນຜ່ານມາແມ່ນລະອຽດທີ່ສຸດ; ມີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານຢ່າງເປີດເຜີຍ, 2 ຝ່າຍໄດ້ແລກປ່ຽນນຳກັນຢ່າງກົງໄປກົງມາ.

        ຄະນະກວດກາ EC ສະເໜີໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ພິເສດແມ່ນບັນດາທ້ອງຖິ່ນ ຈົ່ງສືບຕໍ່ມານະພະຍາຍາມເພື່ອຜັນຂະຫຍາຍບັນດາຂໍ້ກຳນົດຂອງກົດໝາຍທີ່ມີຢູ່ແລ້ວໃຫ້ເຂັ້ມງວດ; ສະເໜີໃຫ້ ຫວຽດນາມ ຕ້ອງເດັດຂາດກ່ວານີ້ຕື່ມອີກ ໃນການຜັນຂະຫຍາຍບັນດາມາດຕະການໃຫ້ມີປະສິດທິຜົນ ເພື່ອຕ້ານບໍ່ໃຫ້ກ່ຳປັ່ນຂອງຊາວປະມົງໄປຂຸດຄົ້ນສິນທະເລຜິດກົດໝາຍຢູ່ບັນດາເຂດທະເລຂອງປະເທດອື່ນ, ຍ້ອນວ່າ ນີ້ແມ່ນບັນຫາຕົ້ນຕໍໃນການແກ້ໄຂ “ບັດເຫຼືອງ” ສຳລັບຂະແໜງສິນໃນນ້ຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ