ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສື່ສານສົມທົບກັນໂຄສະນາ

ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສື່ສານສົມທົບກັນໂຄສະນາ - ảnh 1
ສົມທົບ​ການ​ໂຄສະນາ​ລະຫວ່າງ​ຄະນະ​ກຳມະການ​ສູນ​ກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ສື່​ສານ
(ພາບ: TTXVN)

(vovworld) –  ວັນ​ທີ 01/08, ການ​ນຳ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງຖະ​ແຫຼງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ແລະ ບາງ​ອົງການ​ສື່​ມວນ​ຊົນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເພື່ອ​ຍົກ​ສູງ​ປະ​ສິດທິ​ຜົນວຽກ​ງານ​ສົມທົບ​ກັນ​ໂຄສະ​ນາ. ກ່ຽວ​ກັບ​ໜ້າ​ທີ່​ສົມທົບ​ວຽກງານ​ລະຫວ່າງອົງການຕ່າງໆ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີ​ນ ​ເນັ້ນ​ໜັກ​ວ່າ.

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວັງ​ວ່າ ບັນດາ​ອົງການ​ສຸມ​ໃສ່​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທ​ດຊາດ, ທັງ​ກ່ອນ​ຈັດ​ກອງປະຊຸມ, ໃນໄລຍະດຳເນີນກອງ​ປະຊຸມ ​ແລະ ພາຍຫຼັງ​ກອງ​ປະຊຸມ​ໃຫຍ່. ພວກ​ຂ້າພະ​ເຈົ້າ ຈະຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ບັນດາ​ອົງການ​ສື່​ມວນ​ຊົນ​ໃນ​ການສະ​ໜອງ​​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ກ່ຽວ​ຂ້ອງ​ເຖິງຄໍ​ລຳ​ກ່ຽວ​ກັບ​ມະຫາ​ສາມັກຄີ ນັ້ນ, ພວກ​ຂ້າພະ​ເຈົ້າ​ຢືນຢັນ​ວ່າ, ນັບ​ແຕ່​ນີ້​ເຖິງ​ກອງ​ປະຊຸມ​ໃຫຍ່, ​ພວກ​ຂ້າພະ​ເຈົ້າ​ຈະ​ມີ​ການ​ຮ່ວມ​ງານ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ເຮັດ​ໃຫ້ເນື້ອ​ໃນ​ຄໍ​ລຳມີ​ຄວາມ​ແທດ​ຈິງ​ກວ່າ”.

        ​ໄລຍະ​ຈະ​ມາ​ເຖິງ, ​​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ແລະ ອົງການ​ສື່​ມວນ​ຊົນ​ຕ່າງໆ ຈະ​ສົມທົບ​ກັນ​ໂຄສະນາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​, ກົດ​ໝາຍຂອງ​ລັດ​ກ່ຽວ​ກັບຄວາມ​ມະຫາ​ສາມັກຄີ​ທົ່ວ​ທັງ​ຊາດ, ​ໂຄສະນາ, ຜັນ​ຂະຫຍາຍ​ການ​ປະຕິບັດ​ລະບຽບ​ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ, ສັງຄົມ. ພິ​ເສດພວກຂ້າພະເຈົ້າ​ຍັງ​ສົມທົບ​ກັນ​ໂຄສະນາ​ໝາກຜົນ​ແຫ່ງ​ການ​ກວດກາ​ການປະຕິບັດ​ນະ​ໂຍບາຍສຳລັບ​ຜູ້​ມີ​ຄູນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ.

ຂ່າວ/ບົດ​ອື່ນ