ຄະນະກຳມະການອາຊຽນ Ankara ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ ຕວກກີ ກັບອາຊຽນ

(VOVWORLD) -ຄະນະກຳມະການອາຊຽນ Ankara (AAC) ລວມມີເອກອັກຄະລັດຖະທູດ 6 ປະເທດ ຄື ບຣູໄນ, ມາເລເຊຍ, ຟີລິບປີນ, ສິງກະໂປ, ໄທ, ຫວຽດນາມ ແລະ ຜູ້ຕາງໜ້າສະຖານທູດອິນໂດເນເຊຍ ຫາກໍມີການເຮັດວຽກກັບທ່ານ Arif Sayik ເລຂາທິການໃຫຍ່ອົງການພັດທະນາ Ankara (ADA) ກ່ຽວກັບກາລະໂອກາດລົງທຶນດຳເນີນທຸລະກິດລະຫວ່າງບັນດາປະເທດ ອາຊຽນ ແລະ ນະຄອນ Ankara.

ຄະນະກຳມະການອາຊຽນ Ankara ຊຸກຍູ້ການເຊື່ອມຕໍ່ວິສາຫະກິດ ຕວກກີ  ກັບອາຊຽນ - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມແອັງຕ໋ວນ ມອບຂອງຂວັນເປັນທີ່ລະນຶກໃຫ້  ທ່ານ Arif Sayik ເລຂາທິການໃຫຍ່ອົງການພັດທະນາ Ankara (ADA)

(ພາບ: vov.vn)

ທີ່ການເຮັດວຽກ, ເອກອັກຄະລັດຖະທູດສະມາຊິກ AAC ລ້ວນແຕ່ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນວິສາຫະກິດ ເພື່ອຍົກສູງຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຍາດແຍ່ງເພື່ອຊອກຫາກາລະໂອກາດລົງທຶນດຳເນີນທຸລະກິດ, ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າ ໃຫ້ພັດທະນາດີກວ່າອີກ.

        ທ່ານ Arif Sayik ເນັ້ນໜັກວ່າ Ankara ມີສະພາບແວດລ້ອມດຳເນີນທຸລະກິດສະດວກ ແລະ ບຸລິມະສິດຫຼາຍຢ່າງໃຫ້ບັນດາວິສາຫະກິດຕ່າງປະເທດ. ປັດຈຸບັນ, Ankara ມີວິສາຫະກິດ ກວ່າ 2.200 ແຫ່ງ ທີ່ມີແຫຼ່ງເງິນລົງທຶນຕ່າງປະເທດຈາກ 100 ປະເທດໃນໂລກ, ມີທ່າແຮງໃນບັນດາຂົງເຂດຄື ອຸດສາຫະກຳການປ້ອງກັນຊາດ, ເຕັກໂນໂລຢີໂທລະຄົມມະນາຄົມ, ເຄື່ອງຈັກຮັບໃຊ້ການກໍ່ສ້າງ, ເຕັກໂນໂລຢີການແພດການຢາ, ເຄື່ອງເຟີນີເຈີ, ການທ່ອງທ່ຽວ ແລະ ອື່ນໆ. ADA ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ໃຫ້ບັນດາວິສາຫະກິດອາຊຽນກັບບັນດາວິສາຫະກິດ ຕວກກີ ຊອກຫາໂອກາດດຳເນີນທຸລະກິດ ແລະ ແລກປ່ຽນບົດຮຽນ.

        ພາຍຫຼັງການເຮັດວຽກ, ADA ໄດ້ຈັດໃຫ້ບັນດາສະມາຊິກ AAC ໄປທັດສະນະຕົວຈິງຢູ່ເຂດເຕັກໂນໂລຢີ Teknokent ຂຶ້ນກັບມະຫາວິທະຍາໄລເຕັກໂນໂລຢີ ຕາເວັນອອກກາງ  ແລະ ເຂດ ອຸດສາຫະກຳແບບລວມສູນ OSTIM.

ຕອບກັບ

ຂ່າວ/ບົດ​ອື່ນ