ຄະນະຂົນຂວາຍປະຊາຊົນສູນກາງພົບປະກັບບັນດາເອກອັກຄະລັດຖະທູດ,ຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ

ຄະນະຂົນຂວາຍປະຊາຊົນສູນກາງພົບປະກັບບັນດາເອກອັກຄະລັດຖະທູດ,ຫົວໜ້າອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດ - ảnh 1
ທ່ານນາງ ເຈືອງທິມາຍ ກ່າວຄຳເຫັນທີ່ງານພົບປະສັງສັນ

(vovworld) – ວັນ​ທີ 22/6, ຢູ່​ຮ່າ​ໂນ້ຍ, ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ໄດ້​ສົມທົບ​ກັບ​ກະຊວງ​ການ​ຕ່າງປ​ະ​ເທດ ຫວຽດນາມ ຈັດ​ຕັ້ງງານພົບ​ປະ​ກັບ​ບັນດາ​​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ ອາຍຸ​ການ 2016 – 2019. ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ສະ​ເໜີ​​ໃຫ້​ບັນດາ​ເອກ​ອັກ​ຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ ອາຍຸ​ການ 2016 – 2019 ສືບ​ຕໍ່​ຊາບ​ຊຶມ, ຜັນ​ຂະຫຍາຍ ​ແລະ​ ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ເວົ້າ​ລວມ, ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍປະຊາຊົນ, ຄວາມສາມັກຄີ​ປອງ​ດອງ​ຊາດ, ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ເວົ້າ​ສະ​ເພາະ​​ໃຫ້​ເຂັ້ມ​ງວດ, ມີ​ປະສິດທິ​ຜົນ, ກຳ​ແໜ້ນ​ສະພາບ​ການ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ, ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ, ຂົນຂວາຍຊ່ວຍ​ເຫຼືອ, ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ ຫວຽດນາມ ອ​າ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ບໍລິ​ເວນທີ່ປະສົບ​ກັບ​ຄວາມຫຍຸ້ງຍາກ, ສັບສົນ. ທ່ານ​ນາງ ​ເຈືອງ​ທິມາຍ ຫວັງ​ວ່າ: ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ອົງການ​ຜູ້ຕາງໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ສຳລັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດກ່ຽວ​ກັບ ການ​ກັບ​ເມືອຢ້ຽມຢາມ​ບ້ານ​ເກີດ​​ເມືອງ​ນອນ, ລົງທຶນ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ, ຈັດ​ຕັ້ງ​ໃຫ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ປະກອບ​ຄຳ​ເຫັນ​​ໃສ່​ການວາງ​ແຜນ​ນະ​​ໂຍບາຍ​ຂອງ​ຂອງ​ພັກ, ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ລັດ​ເປັນ​ປະຈຳ.


ຂ່າວ/ບົດ​ອື່ນ