ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຈັດຕັ້ງການເຄື່ອນໄຫວຕ່າງໆ ມຸ່ງໄປສູ່ການສະເຫຼີມສະຫຼອງວັນມໍລະດົກວັດທະນະທໍາຫວຽດນາມ

(VOVWORLD) -  ໂດຍມຸ່ງໄປສູ່ການສະເຫຼີມສະຫຼອງວັນມໍລະດົກວັດທະນະທໍາຫວຽດນາມ (ວັນທີ 23 ພະຈິກ), ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຈະສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງ ພ້ອມດ້ວຍບັນດານັກຄົ້ນຄວ້າ ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາ ພາຍໃຕ້ຫົວຂໍ້ “ສຽງອິ້ວໄໝ”.

ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຈັດຕັ້ງການເຄື່ອນໄຫວຕ່າງໆ ມຸ່ງໄປສູ່ການສະເຫຼີມສະຫຼອງວັນມໍລະດົກວັດທະນະທໍາຫວຽດນາມ - ảnh 1 ການເຄື່ອນໄຫວດື່ມນໍ້າຊາ

        ນັບແຕ່ວັນທີ 22 ພະຈິກ ຫາວັນທີ 15 ທັນວາ 2019, ຢູ່ສູນແລກປ່ຽນວັດທະນະທໍາຄຸ້ມຖະໜົນເກົ່າຮ່າໂນ້ຍ ຈະດໍາເນີນບັນດາການເຄື່ອນໄຫວຄື: ວາງສະແດງແນະນໍາບາງຂັ້ນຕອນຜະລິດເສັ້ນໄໝຂອງ ນັກສິລະປະການດີເດັ່ນ ຟານທິທ້ວນ; ງານແຟຊັນໂຊເຄື່ອງແພໄໝ; ການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ເລື່ອງລາວຂອງສຽງອິ້ວໄໝ” ແລະ ມີການສະແດງສິລະປະດົນຕີ ອີກດ້ວຍ.

        ຢູ່ເຮືອນມໍລະດົກເລກທີ 87 ມ໊າເມິຍ, ກໍໄດ້ຈັດຕັ້ງການເຄື່ອນໄຫວດ້ວຍຫົວຂໍ້ “ຕໍານານ ຊາ ມໍລະດົກ - ຢ່າງປັ່ງຊູງໂດ”, ເຊິ່ງໄດ້ແນະນໍາຕົ້ນຊາ ຊານຕວຽດຈໍານວນ 100 ຕົ້ນ ຢູ່ຄຸ້ມບ້ານ ຢ່າງປັ່ງ, ຕາແສງຊູ່ງໂດ, ເມືອງ ວັນເຈິ໊ນ, ແຂວງອຽນບ໊າຍ ໂດຍສະມາຄົມອະນຸລັກທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ຮັບຮອງວ່າ ແມ່ນຕົ້ນຊາມໍລະດົກຫວຽດນາມ. ນອກຈາກນັ້ນ, ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຍັງໄດ້ຈັດຕັ້ງງານວາງສະແດງຮູບພາບດ້ວຍຫົວຂໍ້ “ມໍລະດົກໃນໃຈກາງນະຄອນຮ່າໂນ້ຍ” ຂອງນັກສິລະປິນຖ່າຍຮູບ ເລບິກ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ