ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ອວຍພອນບຸນເຕັດCholChnamThmayຂອງປະຊາຊົນເຜົ່າຂະແມ

ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ອວຍພອນບຸນເຕັດCholChnamThmayຂອງປະຊາຊົນເຜົ່າຂະແມ - ảnh 1
ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ອວຍ​ພອນ​ບຸນ​ເຕັດ
Chol Chnam Thmay ຊາວ​ເຜົ່າ​ຂະ​ແມ
​ພາບ: nhandan

vovworld)- ​​ວັນ​ທີ 12/4, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ໂດຍ​ທ່ານ​ເຈີນ​ຫືວ​ຫຽບ, ກຳ​ມະ​ການ​ສະ​ເພາະ​ກິດ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ເປັນ​ຫົວ​ຫນ້າ​ຄະ​ນະ ໄດ້​ລົງ​ຢ້ຽມ​ຢາມ ອວຍ​ພອນ​ບຸນ​ເຕັດ Chol Chnam Thmay ຂອງ​ປະ​ຊາ​ຊົນ​ເຜົ່າ​ຂະ​ແມ ຢູ່ ແຂວງ ຈາ​ວີງ. ໃນ​ການ​ຢ້ຽມ​ຢາມ, ທ່ານ ເຈີນ​ຫືວ​ຫຽບ ໄດ້​ຍ້ອງຍ​ໍ​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ ສາມ​ຊົນ​ເຜົ່າ ກີງ, ຂະ​ແມ ແລະ ຈີນ ທີ່​ໄດ້​ສະ​ຫນິດ​ຕິ​ດ​ພັນ​ນຳ​ກັນ, ພ້ອມ​ກັນ​ປະ​ກອບ​ສ່ວນກໍ່​ສ້າງ ແລະ ພັດ​ທະ​ນາ​ບ້ານ​ເກີດ​ເມືອງນອນ, ກໍ່​ສ້າງ​ແຂວງ ຈາ​ວີງ ນັບ​ມື້​ນັບ​ຮັ່ງ​ມີສວຍ​ງາມ​. ໃນ​ຊຸມ​ປີ​ຜ່ານ​ມາ, ແຂວງ ຈາ​ວີງ ໄດ້​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ, ໂຄງ​ການ​ຫນູນ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ເຜົ່າ​ຂະ​ແມ​ພັດ​ທະ​ນາ​ການ​ຜະ​ລິດ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວ​ັດ​ຖຸ ແລະ ຈິດ​ໃຈໃຫ້​ປະ​ຊາ​ຊົນ.



ຕອບກັບ

ຂ່າວ/ບົດ​ອື່ນ