ຄະນະນາຍທະຫານ, ລູກເຮືອ ກໍ່າປັ່ນກອງທັບເຮືອ ບຣູໄນ ຢ້ຽມຢາມນະຄອນດ່າໜັງ

(VOVWORLD) -ຕອນເຊົ້າວັນທີ 02 ຕຸລາ, ກໍ່າປ່ັນ ກອງທັບເຮືອ ບຣູໄນ ໂດຍທ່ານ ພັນໂທ Mohammad Azrin Bin Haji Mahmud ຜູ້ບັນຊາກໍ່າປັ່ນ ໝາຍເລກ KDB DARUTTAQWA ເປັນຫົວໜ້າຄະນະ, ພ້ອມດ້ວຍ ນາຍທະຫານ, ລູກເຮືອ 76 ຄົນ ໄດ້ເຂົ້າທຽບທ່າ ຕຽນຊາ ເລີ່ມຕົ້ນການຢ້ຽມຢາມນະຄອນດ່າໜັງ ເປັນເວລາ 03 ວັນ ໃນລະຫວ່່າງວັນທີ 2 – 4 ຕຸລາ.

ຄະນະນາຍທະຫານ, ລູກເຮືອ ກໍ່າປັ່ນກອງທັບເຮືອ ບຣູໄນ ຢ້ຽມຢາມນະຄອນດ່າໜັງ - ảnh 1

ການຕ້ອນຮັບ ຄະນະນາຍທະຫານ, ລູກເຮືອ ກໍ່າປັ່ນກອງທັບເຮືອ ບຣູໄນ ທີ່ທ່າກໍ່າປັ່ນ ຕຽນຊາ

 (ພາບ:TTXVN)

ໃນ 3 ວັນ ຢ້ຽມຢາມນະຄອນດ່າໜັງ, ບັນດານາຍທະຫານ ແລະ ລູກເຮືອ KDB DARUTTAQWA ຈະໄດ້ທັດສະນະສຶກສາກໍ່າປັ່ນກອງທັບເຮືອຫວຽດນາມ,ເຂົ້າຢ້ຽມຂໍ່ານັບຜູ້ບັນຊາການກອງທັບເຂດ 5, ກອງບັນຊາການເຂດ 3 ກອງທັບເຮືອ, ການນໍາຄະນະກໍາມະການປະຊາຊົນນະຄອນດ່າໜັງ.  ບັນດານາຍທະຫານ, ລູກເຮືອ ກໍ່າປັ່ນ KDB DARUTTAQWA  ຈະມີການແລກປ່ຽນປະສົບການລະຫວ່າງນາຍທະຫານຫວຽດນາມ ແລະ ບຣູໄນ; ແຂ່ງຂັນເຕະບານມິດຕະພາບລະຫວ່າງນາຍທະຫານສອງປະເທດ.

        ການຢ້ຽມຢາມຂອງກໍ່າປັ່ນ ກອງທັບເຮືອ ບຣູໄນ KDB DARUTTAQWA  ເພື່ອແນໃສ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຮ່ວມມື, ເພື່ອສ້າງຄວາມເຂົ້າໃຈ ແລະ ໄວ້ວາງໃຈເຊິ່ງກັນ ແລະ ກັນ ລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ ແລະ ເພີ່ມທະວີຄວາມຜູກພັນລະຫວ່າງ ບຣູໄນ ກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ