ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ແນະ​ນຳ​ອາ​ຫານ​ການ​ກິນ​ຍາມ​ບຸນ​ເຕັດ ກັບ​ເພື່ອນ​ມິດ​ສາ​ກົນ

(VOVWORLD) - ທ່ານເອກອັກຄະລັດຖະທູດສະແດງຄວາມປາດຖະໜາຢາກໃຫ້ໃນປີ 2024, ບັນດາປະເທດສະມາຊິກ ສປຊ, ໂດຍສະເພາະແມ່ນຄະນະກຳມະການ ອາຊຽນ ປະຈຳ ນິວຢອກ ສຶບຕໍ່ເພີ່ມທະວີການຮ່ວມມື, ສາມັກຄີກັນ...
ຄະ​ນະ​ຜູ້​ແທນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ແນະ​ນຳ​ອາ​ຫານ​ການ​ກິນ​ຍາມ​ບຸນ​ເຕັດ ກັບ​ເພື່ອນ​ມິດ​ສາ​ກົນ - ảnh 1

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວງຢາງ (ພາບ: VOV)

 ວັນທີ 7 ກຸມພາ, ຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ຈັດລາຍການແນະນຳອາຫານການກິນ ໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ແລະ ຂ່ຳນັບຊົມເຊີຍ ກັບມະຕິຂອງສະມັດຊາໃຫ່ຍ ສປຊ ຮັບຮູ້ບຸນປີໃໝ່ປະຈຳຊາດ ແມ່ນວັນບຸນຂອງ ສປຊ.

  ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວງຢາງ, ຫົວໜ້າ ຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງບຸນປີໃໝ່ປະຈຳຊາດສຳລັບຊາວ ຫວຽດນາມ ແລະ ປະຊາຊາດອາຊີຕາເວັນອອກຕ່າງໆ. ສຳລັບຊາວ ຫວຽດນາມ ແລ້ວ, ບຸນປີໃໝ່ປະຈຳຊາດ ແມ່ນໂອກາດແຫ່ງຄວາມເຕົ້າໂຮມກັນ, ແບ່ງປັນ, ສະໜິດຕິດພັນຄອບຄົວ ແລະ ປະຊາຄົມ.

ບົນຈິດໃຈດັ່ງກ່າວ, ທ່ານເອກອັກຄະລັດຖະທູດສະແດງຄວາມປາດຖະໜາຢາກໃຫ້ໃນປີ 2024, ບັນດາປະເທດສະມາຊິກ ສປຊ, ໂດຍສະເພາະແມ່ນຄະນະກຳມະການ ອາຊຽນ ປະຈຳ ນິວຢອກ ສຶບຕໍ່ເພີ່ມທະວີການຮ່ວມມື, ສາມັກຄີກັນ, ພ້ອມກັນມານະພະຍາຍາມຊອກຫາມາດຕະການໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ, ປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ