ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ Shangri – La ຢູ່​ສິງ​ກະ​ໂປ

(VOVWORLD) - ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານພົນເອກ ໂງຊວນລິກ ຄາດວ່າຈະມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະຄັ້ງທີ 5, ເຊິ່ງຈະດຳເນີນໃນວັນທີ 2 ມິຖຸນາ, ດ້ວຍຫົວຂໍ້ “ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ”.
ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ Shangri – La ຢູ່​ສິງ​ກະ​ໂປ - ảnh 1 ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ (ພາບ: ເຢຶອງຢາງ/TTXVN) 

ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງກອງປະຊຸມ Shangri – La, ວັນທີ 30 ພຶດສະພາ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ການທະຫານຂັ້ນສູງຫວຽດນາມ, ເດີນທາງໄປເຂົ້າຮ່ວມກອງປະຊຸມ Shangri – La ຄັ້ງທີ 18, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 31 ພຶດສະພາ - 2 ມິຖຸນາຢູ່ສິງກະໂປ. ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານພົນເອກ ໂງຊວນລິກ ຄາດວ່າຈະມີບົດກ່າວປາໄສທີ່ກອງປະຊຸມຄົບຄະນະຄັ້ງທີ 5, ເຊິ່ງຈະດຳເນີນໃນວັນທີ 2 ມິຖຸນາ, ດ້ວຍຫົວຂໍ້ “ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ”.

        ກອງປະຊຸມ Shangri – La ຄັ້ງນີ້ ຈະມີກອງປະຊຸມຄົບຄະນະ 6 ຄັ້ງດ້ວຍບັນດາຫົວຂໍ້: ວິໄສທັດຂອງອາເມລິກາກ່ຽວກັບການຮັກສາຄວາມສະຫງົບ ມະຫາສະມຸດອິນເດີຍ - ປາຊີຟິກ; ຄວາມໝັ້ນຄົງຢູ່ ສປປ.ເກົາຫຼີ: ບັນດາບາດກ້າວຕໍ່ໄປ; ຄວາມເປັນລະບຽບຮຽບຮ້ອຍໃນການຮັກສາຄວາມສະຫງົບທີ່ພວມມີການຫັນປ່ຽນຢູ່ອາຊີ ແລະ ບັນດາສິ່ງທ້າທາຍ; ຈີນ ແລະ ການຮ່ວມມືໃນການຮັກສາຄວາມສະຫງົບສາກົນ; ສະກັດກັ້ນການປະທະກັນຢູ່ບັນດາຂົງເຂດທີ່ມີການແກ້ງແຍ້ງ; ຮັບປະກັນໃຫ້ພາກພື້ນມີການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີສະຖຽນລະພາບ. ນອກຈາກນັ້ນຍັງມີ 6 ກອງປະຊຸມ ດ້ວຍບັນດາຫົວຂໍ້ທີ່ກ່ຽວຂ້ອງເຖິງຄວາມປອດໄພໃນການເດີນທະເລ, ການພັດທະນາອຸດສາຫະກຳດ້ານປ້ອງກັນຊາດ, ການຮ່ວມມືດ້ານປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ