ຄະນະຜູ້ແທນຂັ້ນສູງໄອຍະການປະຊາຊົນສູງສຸດ ຫວຽດນາມ ຢ້ຽມຢາມ ຈີນ

(VOVWORLD) - ທີ່ການຕ້ອນຮັບ, ທ່ານ ຖາວຈ໋ຽນມິງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈິີນ ເນັ້ນໜັກວ່າ: ຈີນ ແລະ ຫວຽດນາມ ພ້ອມກັນມີກົນໄກການເມືອງດຽວກັນ, ມີຫຼາຍຈຸດທີ່ຄ້າຍຄືກັນ, ໃນໄລຍະຜ່ານມາ, 2 ປະເທດໄດ້ມີການພົວພັນແລກປ່ຽນຕັ້ງໜ້າ.

ຄະນະຜູ້ແທນຂັ້ນສູງໄອຍະການປະຊາຊົນສູງສຸດ ຫວຽດນາມ ຢ້ຽມຢາມ ຈີນ - ảnh 1 2 ຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ (ປັກກິ່ງ 23/4/2017).

(ພາບ: Kiemsat.vn)

ຕອນບ່າຍວັນທີ 16 ກັນຍາ, ທ່ານ ຖາວຈ໋ຽນມິງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈິີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໂດຍທ່ານ ເລມີງຈີ໋, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໜາມໜິງ, ເມືອງເອກຂອງເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈວາງ, ແຂວງກວາງສີ, ປະເທດຈີນ. ທີ່ການຕ້ອນຮັບ, ທ່ານ ຖາວຈ໋ຽນມິງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈິີນ ເນັ້ນໜັກວ່າ: ຈີນ ແລະ ຫວຽດນາມ ພ້ອມກັນມີກົນໄກການເມືອງດຽວກັນ, ມີຫຼາຍຈຸດທີ່ຄ້າຍຄືກັນ, ໃນໄລຍະຜ່ານມາ, 2 ປະເທດໄດ້ມີການພົວພັນແລກປ່ຽນຕັ້ງໜ້າ.

        ສ່ວນທ່ານ ເລມີງຈີ໋, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ເນັ້ນໜັກວ່າ: ການພົວພັນຮ່ວມມືລະຫວ່າງຂະແໜງໄອຍະການ 2 ປະເທດ ຫວຽດນາມ - ຈີນ ສືບຕໍ່ມີບາດກ້າວພັດທະນາໃນໄລຍະຜ່ານມາ. ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ຕີລາຄາສູງເຈດຕະນາດີ ແລະ ການສະໜັບສະໜູນຢ່າງຕັ້ງໜ້າຂອງ ອົງການໄອຍະການປະຊາຊົນສູງສຸດ ຈີນ ໃນການສ້າງກົນໄກກອງປະຊຸມປະຈຳໄລຍະລະຫວ່າງ ອົງການໄອຍະການປະຊາຊົນບັນດາແຂວງມີຊາຍແດນຮ່ວມຂອງ 2 ປະເທດບົນພື້ນຖານບົດບັນທຶກຊ່ວຍຈຳລົງນາມເມື່ອເດືອນ 4 ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ