ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກແນວໂຮມປົດປ່ອຍ ໂມຊຳບິກ

(VOVWORLD) -ທີ່ບັນດາການພົບປະ, ເຮັດວຽກ, ການນຳ 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງ 2 ພັກ, 2 ປະເທດ, ມາດຕະການປັບປຸງ ແລະ ພັດທະນາການພົວພັນ 2 ຝ່າຍ.
ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກແນວໂຮມປົດປ່ອຍ ໂມຊຳບິກ - ảnh 1

ການເຈລະຈາທາງໄກລະຫວ່າງການນຳ ຫວຽດນາມ ແລະ ໂມຊຳບິກ ເມື່ອເດືອນ ມິຖຸນາ 2022

(ພາບປະກອບ: TTXVN)

        ໃນລະຫວ່າງວັນທີ 23-29 ກັນຍາ, ຢູ່ນະຄອນ Matola, ປະເທດ ໂມຊຳບິກ, ໃນບັນຍາກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ (25 ມິຖຸນາ 1962 – 25 ມິຖຸນາ 2022), ພັກແນວໂຮມປົດປ່ອຍ ໂມຊຳບິກ (FRELIMO) ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ XII ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 1.500 ຄົນ ແລະ 23 ຄະນະແຂກສາກົນຖືກເຊີນ.

        ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ນຳໂດຍທ່ານ ເຈືອງກວາງຮ່ວາຍນາມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ FRELIMO, ກ່າວຄຳເຫັນຂ່ຳນັບຊົມເຊີຍທີ່ກອງປະຊຸມໃຫຍ່, ສົ່ງສານຊົມເຊີຍກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມາຍັງທ່ານປະເທດພັກ FRELIMO, ປະທານາທິບໍດີ ໂມຊຳບິກ Filipe Jacinto Nyusi. ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດທ່ານປະທານສະພາແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias, ເຮັດວຽກກັບເລຂາສູນກາງພັກຮັບຜິດຊອບການຕ່າງປະເທດຂອງພັກ FRELIMO ທ່ານ Sakin Abubaka…

        ທີ່ບັນດາການພົບປະ, ເຮັດວຽກ, ການນຳ 2 ຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຂອງ 2 ພັກ, 2 ປະເທດ, ມາດຕະການປັບປຸງ ແລະ ພັດທະນາການພົວພັນ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ