ຄະນະຜູ້ແທນສະຖາ ບັນກູບາມິດຕະພາບ ກັບບັນດາປະຊາຊາດ ຢ້ຽມຢາມຫວຽດນາມ


(vovworld) – ຄະນະ​ປະທານ​ສະ​ຖາ​ບັນ ກູ​ບາ ມິດຕະພາບ​ກັບ​ບັນດາ​ປະຊາ​ຊາດ (ICAP) ​ໂດຍ​ທ່ານນາງ Kenia Serranno Puig, ປະທານສະ​ຖາ​ບັນ ICAP ​ເປັນ​ຫົວໜ້າຄະນະ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ ​ແຕ່​ວັນ​ທີ 7/4 – 12/4/2014.

ຄະນະຜູ້ແທນສະຖາ ບັນກູບາມິດຕະພາບ ກັບບັນດາປະຊາຊາດ ຢ້ຽມຢາມຫວຽດນາມ - ảnh 1
ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕ້ອນຮັບ​ປະທານສະຖາບັນກູບາມິດຕະພາບກັບບັນດາປະຊາຊາດ

(ພາບ: VGP/Từ Lương))

   ຕອນ​​ເຊົ້າວັນ​ທີ 8/4, ທ່ານ​ຫງວຽນ​ທ້ຽນ​ເຍິນ, ກຳມະການ​ກົມ​ການ​ເມືອງ ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Kenia Serranno Puig ປະທານສະຖາບັນ ກູບາມິດຕະພາບກັບບັນດາປະຊາຊາດພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 7-12/4.

  ນະ​ການ​ຕ້ອນຮັບ, ທ່ານ​ປະທານ ຫງວຽນ​ທ້ຽນ​ເຍິນ ​ໄດ້​ຂອບ​ອົກ​ຂອບ​ໃຈ​ພັກ, ລັດຖະບານ ​ແລະ ປຊຊ ກູ​ບາ ​ໄດ້​ສະໜັບສະ​ໜູນ, ສາມັກຄີ​ ​ແລະ ສະຫງວນ​ອາລົມ​ຈິດ​ຄວາມຮັກ​ແພງ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່ຫວຽດນາມ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍິນ ຢືນຢັນ​ວ່າ, ກູ​ບາ ພວມ​ກ້າວ​ເຂົ້າສູ່​ໄລຍະ​ພັດທະນາ​ໃໝ່​ດ້ວຍ​ເລື່ອງ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຕ່າງປະ​ເທດ. ບັນດາ​ການ​ຫັນປ່ຽນ​ນີ້​ຈະ​ປະກອບສ່ວນ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸກຍູ້​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ຄຽງ​ຄູ່​ກັບການ​ຮ່ວມ​ມືດ້ານ​ການ​ເມືອງ, ສອງ​ຝ່າຍ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື, ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະສິກຳ, ​ໂທລະ​ຄົມ, ​ແລກ​ປ່ຽນ​ບົດ​ຮຽນ​ປ່ຽນ​ໃໝ່​ການ​ລົງທຶນ​ຕ່າງປະ​ເທດ, ​ເຂດ​ອຸດສາຫະກຳ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ​ເຂົ້າຮ່ວມ​ການ​ລົງທຶນ.

   ກ່ອນໜ້ານັ້ນ, ວັນ​ທີ 7/4, ທີ່​ການ​ພົບ​ປະ​ກັບ​ຜູ້​ຕ່າງໜ້າສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ, ສະມາຄົມ​ມິດຕະພາບ ຫວຽດນາມ - ກູ​ບາ, ທ່ານ​ປະທານສະ​ຖາ​ບັນ ICAP Kenia Serranno Puig ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ ຫວຽດນາມ ທີ່​ໄດ້ສະຫງວນ​ຄວາມສາມັກຄີ, ມິດຕະພາບ​ທີ່​ດີງາມ​ໃຫ້​ແກ່ ກູ​ບາ ​ໃນ​ຕະຫຼອດ​ໄລຍະ​ຜ່ານ​ມາ; ພິ​ເສດ​ແມ່ນ​ການ​ແບ່ງປັນ​ຄວາມ​ເສົ້າສະຫຼົດ​ໃຈ​ຂອງ​ພັກ, ລັດ, ປະຊາຊົນ ຫວຽດນາມ​ ຕໍ່​ການ​​ເຖິງ​ແກ່​ມໍລະນະ​ກຳ​ຂອງ ທ່ານ​ນາງ​ວິລະ​ຊົນ Melba Hernandez del Rey, ນັກຮົບ​ຜູ້​ຈົງ​ຮັກ​ພັກດີ ​ແລະ ອົງອາດ​ກ້າຫານ​ຂອງການປະຕິວັດ ກູ​ບາ ​ໃນ​ເດືອນ 3 ຜ່ານມາ. ທ່ານ Kenia Serranno Puig ​ໃຫ້​ຮູ້​ວ່າການ​ຢ້ຽມຢາມ​ຄັງນີ້​ແມ່ນ​ແນ​ໃສ່​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ສະພາບ​ຂະ​ບວນການ​ສາມັກຄີ​ໃນ​​ໂລກ; ​ແລກປ່ຽນກັບ​ສະຫະ​ສະ​ມາ​ຄົມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ຫວຽດນາມ ກ່ຽວກັບ​ສະພາບ​ການ​ປະຕິບັດ​ແນວທາງ​ການ​ປັບປຸງ​ຮູບ​ແບບ​ເສດຖະກິດ - ສັງຄົມ​ຢູ່ ກູ​ບາ, ກົດໝາຍວ່າ​ດ້ວຍ​ການ​ລົງທຶນ​ຕ່າງປະ​ເທດ; ​ແລກປ່ຽນກ່ຽວກັບ​ການຈັດ​ຕັ້ງກອງ​ປະຊຸມ​ຄັ້ງທີ 7 ພາກພື້ນ ອາຊີ - ປາຊີ​ຟິກ ສາມັກຄີກັບ ກູ​ບາ ຢູ່ ຫວຽດນາມ​ ​ເມື່ອ​ປີ 2015.

ຂ່າວ/ບົດ​ອື່ນ