ຄໍ່າຄືນສົ່ງເສີມການ ທ່ອງທ່ຽວ ດ່ານັ້ງ - ສ.ເກົາຫຼີ

ຄໍ່າຄືນສົ່ງເສີມການ ທ່ອງທ່ຽວ ດ່ານັ້ງ - ສ.ເກົາຫຼີ	 - ảnh 1
(​ນະຄອນ​ດ່າ​ນັ້ງ)

(vovworld) - ຕອນ​ຄໍ່າ​ວັນ​ທີ 17/12, ຢູ່​ດ່າ​ນັ້ງ, ພະ​ແນ​ກວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ, ພະ​ແນ​ກພົວພັນ​ຕ່າງປະ​ເທດ​ນະຄອນ​ດ່າ​ນັ້ງ ສົມທົບ​ກັບກົມ​ໃຫຍ່​ທ່ອງ​ທ່ຽວ​ສ.​ເກົາຫຼີ ປະຈຳ​ຫວຽດນາມ ​​ໄດ້​ຈັດ “ຄໍ່າ​ຄືນ​ສົ່ງ​ເສີມ​ການທ່ອງ​ທ່ຽວ​ດ່າ​ນັ້ງ - ສ.​ເກົາຫຼີ”. “ຄໍ່າ​ຄືນ​ສົ່ງ​ເສີມ​ການທ່ອງ​ທ່ຽວ​ດ່າ​ນັ້ງ - ສ.​ເກົາຫຼີ” ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໂຄສະນາ​ການທ່ອງທ່ຽວ​ດ່າ​ນັ້ງ ​ແລະ ສ.​ເກົາຫຼີ, ​ແນະ​ນຳ​ສາຍ​ການບິນ​ໂດຍ​ກົງ​ຈາກ​ດ່າ​ນັ້ງ ​ໄປສ.​ເກົາຫຼີ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ບໍລິສັດ​ທ່ຽງ​ທ່ຽວ 2 ປະ​ເທດ​​ແລກປ່ຽນ​ຂໍ້​ມູນ, ຊອກ​ຫາ​ຄູ່​ຮ່ວມ​ມື, ​ຮ່ວມ​ມືພັດທະນາ​ການທ່ອງທ່ຽວ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ທ່ານ Kang Sungghil, ຫົວໜ້າ​ຫ້ອງການ​ຕາງ​ໜ້າກົມ​ໃຫຍ່​ທ່ອງ​ທ່ຽວ​ສ.​ເກົາຫຼີ ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “​ໃນ​ໄລຍະ​ຜ່າ​ນມາ, ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລະຫວ່າງ 2 ປະ​ເທດ​ນັ້ບມື້​ນັບ​ພັດທະນາ. ​ປີ 2012 ມີ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ກວ່າ 100.000 ຄົນ​ໄປ​ທ່ອງ​ທ່ຽວ​ຢູ່​ສ.​ເກົາຫຼີ, ຂ້າພະ​ເຈົ້າ​ຫວັງ​ວ່າ ປີ 2014 ຈະ​ເພີ່ມ​ຂຶ້ນ. ​ແຂກ​ທ່ອງ​ທ່ຽວ​ສ.​ເກົາຫຼີ ມາ​ຫວຽດນາມ ກໍ່​​ເພີ່ມ​ຂຶ້ນ​ຫຼາຍພໍ​ສົມຄວນ​. ປະຈຸ​ບັນ, ດ່າ​ນັ້ງ ​ແມ່ນ​ນະຄອນ​ທະ​ເລ​ທີ່​ສວຍ​ງາມ ​ແລະ ມີ​ຊື່​ສຽງ ຍ້ອນ​ມີ​ເຂດ​ທ່ອງ​ທ່ຽວ​, ​ເຂດ​ພັກຜ່ອນ​ຢ້ອນ​ອາລົມ​ລະດັບ​ສາກົນຫຼາຍ​ແຫ່ງ ​ອັນໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ພວກ​ຂ້າພະ​ເຈົ້າ​ຈະ​ໂຄສະນາພາບ​ພົດ​ນະຄອນ​ດ່າ​ນັ້ງ ​ເຖິງ​ປະຊາຊົນ​ສ.​ເກົາຫຼີ, ​ເພື່ອ​ໃຫ້​ຊາວ​ສ.​ເກົາຫຼີ ຫຼາຍ​ຄົນມາ​ຢ້ຽມ​ຊົມ​ນະຄອນ​ດ່າ​ນັ້ງ​ ໃນ​ໄລຍະ​ຈະ​ມາ​ເຖິງ.”

ຂ່າວ/ບົດ​ອື່ນ