ຄາດວ່າ ອານຢາງຈະຕ້ອນຮັບນັກທ່ອງທ່ຽວກວ່າ 7 ແສນເທື່ອຄົນໃນໂອກາດບຸນເຕັດ 2019

(VOVWORLD) -ໃນໂອກາດບຸນປີໃໝ່ປີກຸນ 2019 (ໃນລະຫວ່າງວັນທີ 02 – 10 ກຸມພາ), ແຂວງອານຢາງ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 7 ແສນເທື່ອຄົນ

ຕາມທ່ານ ຫງວຽນແຄ໊ງຮຽບ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ອານຢາງ ແລ້ວ, ຄາດວ່າໃນໂອກາດບຸນປີໃໝ່ປີກຸນ 2019 (ໃນລະຫວ່າງວັນທີ 02 – 10 ກຸມພາ), ແຂວງອານຢາງ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 7 ແສນເທື່ອຄົນ, ເພີ່ມຂຶ້ນ 15,18% ເມື່ອທຽບໃສ່ປີ 2018; ຄາດວ່າ ລາຍຮັບຈະບັນລຸ 26 ຕື້ດົ່ງ.

        ໃນໂອກາດບຸນປີໃໝ່ປີກຸນ 2019, ບັນດາວິສາຫະກິດດຳເນີນທຸລະກິດທ່ອງທ່ຽວ, ບັນດາສະຖານທີ່ທ່ອງທ່ຽວໃນບໍລິເວນແຂວງອາຢາງ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ມີຫຼາຍເຫດການທີ່ດູດດື່ມ, ເປັນເອກະລັກສະເພາະເພື່ອຮັບໃຊ້ຄວາມຕ້ອງການລະຫຼີ້ນ, ບັນເທິງຂອງນັກທ່ອງທ່ຽວ ແລະ ຊາວທ້ອງຖິ່ນມາຢ້ຽມຊົມ, ໄປຫຼີ້ນຍາມຕົ້ນປີໃໝ່. ພິເສດໃນໂອກາດບຸນເຕັດປີນີ້, ແຂວງອານຢາງ ໄດ້ເປີດນຳໃຊ້ບັນດາສະຖານທີ່ທ່ອງທ່ຽວໃໝ່, ຕ້ອນຮັບນັກທ່ອງທ່ຽວນັບພັນໆເທື່ອຄົນຄື: ຖະໜົນຍ່າງ ຮາຍບ່າຈຶງ - ຫງວຽນເຫ້ວ (ນະຄອນລອງຊວຽນ), ກະເຊົ້າລອຍຟ້າພູຊາມ (ເຈົາດົກ), ຮູບປັ້ນພະພຸດທະເຈົ້າ ທຽນທູທຽນຍ້ານ ຢູ່ວິຫານ ເຢືອກຊື (ເຈົາດົກ).

ຕອບກັບ

ຂ່າວ/ບົດ​ອື່ນ