ຄຳ​ຂອບ​ໃຈຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 98 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ (21/6/1925 - 21/6/2023)

(VOVWORLD) - ນີ້ແມ່ນນ້ຳໃຈ ຄວາມຮັກແພງ, ແມ່ນກຳລັງໜູນອັນຍິ່ງໃຫຍ່ເພື່ອໃຫ້ທາງສະຖານີວິທະຍຸກະຈາຍສຽງຫວຽດນາມ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີໃນໄລຍະ 78 ປີຜ່ານມາ
ຄຳ​ຂອບ​ໃຈຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 98 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ (21/6/1925 - 21/6/2023) - ảnh 1ທ່ານ ໂດຕຽນຊີ ຜູ້ອຳນວຍການໃຫຍ່ VOV ແລະ ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ

ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 - 21/6/2023), ໝູ່ຄະນະພະນັກງານ, ນັກຂາວ, ບັນນາທິການ, ນັກເຕັກນິກ, ນັກສິລະປິນ, ພາລະກອນສະຖານີວິທະຍຸກະຈາຍສຽງ ຫວຽດນາມ ຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ເມື່ອບັນດາສະຫາຍການນຳພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຜູ້ຕາງໜ້າການນຳບັນດາຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະ, ທ້ອງຖິ່ນ, ອົງການ, ຫົວໜ່ວຍ, ບັນດາສະຫາຍ,ເພື່ອນຮ່ວມອາຊີບ ໄດ້ສົ່ງດອກໄມ້ ແລະ ມາແບ່ງປັນຄວາມມ່ວນຊື່ນພ້ອມທັງ ຜູ້ຟັງຜູ້ອານທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼາຍ ໄດ້ສົ່ງຄຳອວຍພອນ, ລະດົມກຳລັງໃຈ, ສົ່ງເສີມ.

ນີ້ແມ່ນນ້ຳໃຈ ຄວາມຮັກແພງ, ແມ່ນກຳລັງໜູນອັນຍິ່ງໃຫຍ່ເພື່ອໃຫ້ທາງສະຖານີວິທະຍຸກະຈາຍສຽງຫວຽດນາມ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີໃນໄລຍະ 78 ປີຜ່ານມາ, ສືບຕໍ່ມານະພະຍາຍາມສູ້ຊົນປ່ຽນແປງໃໝ່ ແລະ ພັດທະນາ, ປະຕິບັດໜ້າທີ່ເຊິ່ງພັກ, ລັດ ແລະປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສົມກັບເປັນໜຶ່ງໃນບັນດາອົງການສື່ມວນຊົນຫຼັກແຫຼ່ງ ແລະ ສຳຄັນແຖວໜ້າຂອງປະເທດຊາດ, ກໍ່ສ້າງສະຖານີວິທະຍຸກະຈາຍສຽງຫວຽດນາມ ກາຍເປັນອົງການສື່ມວນຊົນຫຼັກແຫຼ່ງຫຼາຍປະເພດ ແລະ ທັນສະໄໝ.

ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ