ຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບສະພາບນ້ຳເຄັມຊຶມເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ

ຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບສະພາບນ້ຳເຄັມຊຶມເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
(ພ​າບ​ປະ​ກອບ)

(vovworld) –​ ​ວັນ​ທີ 12/03, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ປະ​ກາດ​ຄຳ​ສັ່ງ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ​ເພື່​ອ​ຮັບ​ມື​ກັບ​ສະ​ພາບນ​້ຳ​ເ​ຄັມ​​ຊ​ຶມເຂົ້າຢູ່​ເຂດ​ທົ່ງ​ພຽງ​ແມ່ນ​້ຳ​ຂອງ​ທາ​ງ​ພາກ​ໃຕ້​ຫວຽດ​ນາມ. ຕາມນັ້ນ​ແລ້ວ, ຄຳ​ສັ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​​ແຂວງ, ນະ​ຄອນ​ເຂດ​ທົ່ງ​ພຽງ​ແມ່ນ​້ຳ​ຂອງ​ທາ​ງ​ພາກ​ໃຕ້​ຫວຽດ​ນາມ ສຸມ​ໃສ່​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົ​ນ, ຈັດ​ຕັ້ງ​ການ​ສຳ​ຫຼ​ວດກວດ​ກາ, ກຳ​ແໜ້ນ​ຈ​ຳ​ນວນ​ຄອບ​ຄົວ​ອຶດ​ຫິວ, ຂາດ​ນຳ​້​ຈືດ ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ນະ​ໂຍ​ບາຍ, ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ເພື່ອ​ໜູນ​ຊ່ວຍ​ຢ່າງ​ທັນ​ການ​ຕາມ​ການ​ກຳ​ນົດ. ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຮີບ​ດ່ວນ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ ເພື່ອ​ເປັນ​ເຈ​ົ້າ​ການ​ຮັບ​ມື​ກັບ​ສະ​ພາບ​ນຳ​້​ເ​ຄັມ​ຊຶມ​ເຂົ້າ ກ​ໍ​ຄື​ເປັນ​ເຈົ້າ​ການ​ໃນ​ການ​ເຄື່ອນ​ໄຫ​ວ​ລະ​ບົບ​ຊົນ​ລະ​ປະ​ທານ​ຄວບ​ຄຸມ​ນ້ຳ​ເ​ຄັມ, ຂຸດ​ຄອງ​ເໝືອງ, ກັນ​ນ້ຳ​ເ​ຄັມ, ຫຼຸດ​ຜ່ອນ​ຜົນ​ເສຍ​ຫາຍ​ຕົ້ນ​ໄ​​ມ້ແລະ ເນື້ອ​ທີ່​ລ້ຽງ​ປູກສິນ​ໃນ​ນ້ຳ.

ຂ່າວ/ບົດ​ອື່ນ