ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ລຸກ​ຮື​ຂຶ້ນ​​ທຳ​ການຕໍ່​​ຕ້ານ ຍັງ​ດັງ​ກ້ອງ​ກັງ​ວານ

(VOVWORLD) -ຄຳຮຽກຮ້ອງທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານຂອງປະທານ ໂຮ່ຈີມິນ ໄດ້ສົ່ງໄປທົ່ວປະເທດ ໂດຍມີຕອນຂຽນວ່າ: “ບໍ່ວ່າເປັນເພດຍິງ ຫຼື ເພດຊາຍ, ເປັນຜູ້ເຖົ້າຜູ້ແກ່ ຫຼື ເດັກນ້ອຍ, ບໍ່ຈຳແນກພັກຝ່າຍ, ຊົນຊາດ, ສາສະໜາ. ຜູ້ໃດເປັນຄົນ ຫວຽດ ກໍຕ້ອງລຸກຮືຂຶ້ນທຳການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຝລັ່ງ ເພື່ອກູ້ຊາດ”.
ຄຳ​ຮຽກ​ຮ້ອງ​ທົ່ວ​ປະ​ເທດ​ລຸກ​ຮື​ຂຶ້ນ​​ທຳ​ການຕໍ່​​ຕ້ານ ຍັງ​ດັງ​ກ້ອງ​ກັງ​ວານ - ảnh 1ວັນທີ 19 ທັນວາ 1946, ປະທານ ໂຮ່ຈີມິນ ໄດ້ອອກຄຳຮຽກຮ້ອງທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານ (ພາບ: TTXVN)

ກ່ອນນີ້ 75 ປີ, ຄືວັນທີ 19 ທັນວາ 1946, ປະທານ ໂຮ່ຈີມິນ ໄດ້ອອກຄຳຮຽກຮ້ອງທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານ.

        ວັນທີ 18, 19 ທັນວາ 1946, ປະທານ ໂຮ່ຈີມິນ ໄດ້ເປັນປະທານກອງປະຊຸມຄະນະປະຈຳການສູນກາງພັກເປີດກວ້າງ ຢູ່ ບ້ານ ວ້ານຟຸກ, ເມືອງ ຮ່າດົງ, ຕົກລົງປຸກລະດົມການຕໍ່ຕ້ານໃນຂອບເຂດທົ່ວປະເທດ, ວາງອອກທິດທາງພື້ນຖານຂອງການຕໍ່ຕ້ານ ແລະ ຮັບຮອງເອົາຄຳຮຽກຮ້ອງທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານ ໂດຍເພິ່ນເປັນຜູ້ຮຽບຮຽງເອງ. ຄຳຮຽກຮ້ອງທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານຂອງປະທານ ໂຮ່ຈີມິນ ໄດ້ສົ່ງໄປທົ່ວປະເທດ ໂດຍມີຕອນຂຽນວ່າ: “ບໍ່ວ່າເປັນເພດຍິງ ຫຼື ເພດຊາຍ, ເປັນຜູ້ເຖົ້າຜູ້ແກ່ ຫຼື ເດັກນ້ອຍ, ບໍ່ຈຳແນກພັກຝ່າຍ, ຊົນຊາດ, ສາສະໜາ. ຜູ້ໃດເປັນຄົນ ຫວຽດ ກໍຕ້ອງລຸກຮືຂຶ້ນທຳການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຝລັ່ງ ເພື່ອກູ້ຊາດ”.

         75 ປີ ໄດ້ຜ່ານພົ້ນໄປ, ແຕ່ຄຳຮຽກຮ້ອງທົ່ວປະເທດລຸກຮືຂຶ້ນທຳການຕໍ່ຕ້ານຍັງດັງກ້ອງກັງວານ. ຄຳຮຽກຮ້ອງດັ່ງກ່າວ ມີຄວາມໝາຍພິເສດໃນຈຸດເວລານີ້, ໃນຂະນະທີ່ທົ່ວປະເທດພວມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຟື້ນຟູ ແລະ ພັດທະນາເສດຖະກິດ.

        ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດ ແລະ ມີການຜັນຢ່າງສັບສົນ, ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນໃນທົ່ວປະເທດ ໄດ້ຕັ້ງໜ້າຕອບສະໜອງຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ວ່າ: “ດ້ວຍນ້ຳໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ຮັກສາສຸຂະພາບ ແລະ ປົກປ້ອງຊີວິດອິນຊີຂອງປະຊາຊົນ ແມ່ນໜ້າທີ່ສຳຄັນເໜືອກວ່າສິ່ງໃດໝົດ… ດ້ວຍເຈດຈຳນົງຄວາມຕັດສິນໃຈ, ການຮ່ວມແຮງຮ່ວມໃຈ, ເຫັນດີເປັນເອກະພາບ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນຜ່ານຜ່າຄວາມຫຍຸ້ງຍາກ, ຄວບຄຸມໂລກລະບາດເທື່ອລະກ້າວ, ນຳປະເທດກ້າວເຂົ້າສູ່ສະພາບປົກກະຕິໃໝ່, ນຳຊີວິດການເປັນຢູ່, ການຜະລິດກັບຄືນສູ່ປົກກະຕິ ແລະ ພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ