ງານດົນຕີປະສານສຽງພື້ນເມືອງ C asean Consonant “ມິດຕະພາບຂ້າມຊາຍແດນ”

(VOVWORLD) - C asean Consonant ແມ່ນວົງດົນຕີປະສານສຽງພື້ນເມືອງຂອງ ອາຊຽນ, ໂດຍນຳໃຊ້ສຽງດົນຕີຄືດັ່ງພາຫະນະເພື່ອເຊື່ອມຕໍ່ວັດທະນະທຳຂອງບັນດາປະເທດ ອາຊຽນ
ງານດົນຕີປະສານສຽງພື້ນເມືອງ C asean Consonant “ມິດຕະພາບຂ້າມຊາຍແດນ”  - ảnh 1(ທີ່ການຖະແຫຼງຂ່າວ)

ວັນທີ 15 ຕຸລາ, ຢູ່ສະຖາບັນດົນຕີແຫ່ງຊາດ ຫວຽດນາມ, ຮ່າໂນ້ຍ, ໄດ້ດຳເນີນ ງານດົນຕີປະສານສຽງພື້ນເມືອງ C asean Consonant ດ້ວຍຫົວຂໍ້ “ມິດຕະພາບຂ້າມຊາຍແດນ”. ເຫດການນີ້ໂດຍ C asean, ອົງການຈັດຕັ້ງສັງຄົມ ເພື່ອມຸ່ງໄປເຖິງເປົ້າໝາຍເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ອາຊຽນ ແລະ ສະຖາບັນດົນຕີແຫ່ງຊາດ ຫວຽດນາມ ສົມທົບກັນຈັດຂຶ້ນ.

C asean Consonant ແມ່ນວົງດົນຕີປະສານສຽງພື້ນເມືອງຂອງ ອາຊຽນ, ໂດຍນຳໃຊ້ສຽງດົນຕີຄືດັ່ງພາຫະນະເພື່ອເຊື່ອມຕໍ່ວັດທະນະທຳຂອງບັນດາປະເທດ ອາຊຽນ ແລະ ຜ່ານນັ້ນ, ກໍ່ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນພາກພື້ນ. ກ່າວຄຳເຫັນທີ່ການຖະແຫຼງຂ່າວເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເລແອງຕວນ, ຜູ້ອຳນວຍການສະຖາບັນດົນຕີແຫ່ງຊາດ  ຫວຽດນາມ ໃຫ້ຮູ້ວ່າ.

“ກຸ່ມດົນຕີ C asean ໄດ້ນຳໃຊ້ສຽງດົນຕີເປັນຂົວເຊື່ອມຕໍ່ມະນຸດດ້ວຍກັນ. ມີນັກສິລະປິນ 10 ຄົນທີ່ມາຈາກ 10 ປະເທດທີ່ແຕກຕ່າງກັນ, ມີຮີດຄອງປະເພນີ, ສາສະໜາ, ພາສາທີ່ແຕກຕ່າງກັນ, ແຕ່ເຈົ້າເຂົາໄດ້ກາຍເປັນເພື່ອນມິດ ແລະ ຄອບຄົວດຽວກັນຜ່ານສຽງດົນຕີ. ນັ້ນແມ່ນການເຊີດຊູປະຊາຄົມ ອາຊຽນ, ໃນນັ້ນພວກເຮົາພພວມດຳລົງຊີວິດຮ່ວມກັນດ້ວຍສັນຕິພາບ, ຄວາມກົມກຽວ ແລະ ສາມັກຄີກັນ.

ຕອບກັບ

ຂ່າວ/ບົດ​ອື່ນ