ງານຕະຫຼາດນັດການຄ້າ- ການທ່ອງທ່ຽວເຂດ ຊາຍແດນຈີນ-ຫວຽດນາມ


ງານຕະຫຼາດນັດການຄ້າ- ການທ່ອງທ່ຽວເຂດ ຊາຍແດນຈີນ-ຫວຽດນາມ - ảnh 1

(ພາບ: vov)

(vovworld)– ຕອນ​ບ່າຍວັນ​ທີ 17/11, ຢູ່​ນະຄອນ​ຮ້າ​ລອງ, ນະຄອນ​ມອງ​ກາຍ-​ແຂວງ​ກວາງ​ນິງ-ຫວຽດນາມ ​ແລະ ນະຄອນ​ຕຸ​ງຊິງ-​ແຂວງ​ກວາງ​ສີ-​ຈີນ ​ໄດ້​ຈັດ​ກອງ​ປະຊຸມ​ແນະນຳງານ​ຕະຫຼາດນັດ​ການ​ຄ້າ-​ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ຈີນ-ຫວຽດ ນາມ 2014. ດ້ວຍ​ຫົວ​ຂໍ້: “ໜູນ​ຊ່ວຍ-​ຮ່ວມ​ມື​ໃນ​ເຂດ​ຊາຍ​ແດນ“, ງານຕະຫຼາດນັດ​ການ​ຄ້າ-​ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ຈີນ-ຫວຽດນາມ 2014 ຈະດຳ​ເນີນ​ໄປ​ແຕ່​ວັນ​ທີ 22-26/12/2014 ຢູ່ນະຄອນ​ຕຸ​ງຊິງ-​ແຂວງ​ກວາງ​ສີ-​ຈີນ ​ແລະ ຄາດ​ວ່າ​ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ວາງສະ​ແດງ​, ການ​​ເຄື່ອນ​ໄຫວ​ແນະນຳສົ່ງ​ເສີມການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ, ​ເປີດ​ກວ້າງ​ການ​ພົວພັນຮ່ວມ​ມື ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຫງວຽນ​ຊວນ​ກີ ​ເລຂາ​ຄະນະ​ພັກ​ນະຄອນ​ກອງ​ກາຍ ​ໃຫ້​ຮູ້​ວ່າ:

  “ງານ​ຕະຫຼາດນັດ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ​ແຂວງ​ກວາງ​ນິງ ​ແລະ ກວາງ​ສີ ​ແລກປ່ຽນ​ບັນດາ​ການ​ກຳນົດ​ທິດ​ໃຫ່ຍ, ບັນດາ​ບັນຫາ​ມີ​ລັກສະນະ​ຍຸດ​ທະ​ສາດ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ເພື່ອ​ພັດທະນາ​ດ້ານການ​ຄ້າ, ການທ່ອງທ່ຽວ, ການ​ເງິນ, ການ​ລົງທຶນ​ຢູ່​ເຂດ​ເສດຖະກິດ​ດ່ານ​ມອງ​ກາຍ​ຂອງ​ຫວຽດນາມ ​ແລະ ຕຸ​ງຊິງ ປະ​ເທດ​ຈີນ“./.
ຂ່າວ/ບົດ​ອື່ນ