ງານຕະຫຼາດນັດການຄ້າຊາຍແດນ ຫວຽດນາມ - ລາວ ຢູ່ແຂວງ ກວາງນາມ

(VOVWORLD) -ມີຫຼາຍຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຂດຊາຍແດນແຂວງ ກວາງນາມ ແລະ ເຊກອງ (ລາວ) ໄດ້ນຳມາວາງສະແດງຂາຍທີ່ງານຕະຫຼາດນັດນີ້.
ງານຕະຫຼາດນັດການຄ້າຊາຍແດນ ຫວຽດນາມ - ລາວ ຢູ່ແຂວງ ກວາງນາມ - ảnh 1
ງານຕະຫຼາດນັດການຄ້າຊາຍແດນ ຫວຽດນາມ - ລາວ
(ພາບ: moit.gov.vn)

ມີຮ້ານວາງສະແດງສິນຄ້າເກືອບ 100 ຮ້ານຂອງວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນຢູ່ເສັ້ນຊາຍແດນແຂວງ ກວາງນາມ - ເຊກອງ  (ລາວ) ເຂົ້າຮ່ວມງານຕະຫຼາດນັດການຄ້າຊາຍແດນ ຫວຽດນາມ - ລາວ, ເຊິ່ງໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 26 ສິງຫາ, ຢູ່ເມືອງພູດອຍ ນາມຢາງ, ແຂວງ ກວາງນາມ.

        ມີຫຼາຍຜະລິດຕະພັນທີ່ເປັນເອກະລັກສະເພາະຂອງເຂດຊາຍແດນແຂວງ ກວາງນາມ ແລະ ເຊກອງ (ລາວ) ໄດ້ນຳມາວາງສະແດງຂາຍທີ່ງານຕະຫຼາດນັດນີ້. ໃນຄືນໄຂງານຕະຫຼາດ, ມີປະຊາຊົນ ແລະ ນັກທ່ອງທ່ຽວນັບພັນເທື່ອຄົນເຂົ້າຢ້ຽມຊົມ ແລະ ຊື້ເຄື່ອງຂອງ. ທ່ານ ເຮື່ອງວັນມິນ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ກວາງນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ລະດົມບັນດາຜະລິດຕະພັນຂອງພໍ່ແມ່ປະຊາຊົນ ນາມຢາງ, ຈາກເຂດຊົນນະບົດ, ຮາກຖານ OCOP ຂອງເມືອງ ນາມຢາງ ເປັນຕົ້ນຕໍ, ກວມເອົາ 50% ຮ້ານວາງສະແດງ. ນອກນັ້ນ, ພວກຂ້າພະເຈົ້າຍັງລະດົມບັນດາຜະລິດຕະພັນຫຼັກໃນບໍລິເວນແຂວງ ກວາງນາມ ພ້ອມກັນເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້”.

        ງານຕະຫຼາດນັດການຄ້າຊາຍແດນ ຫວຽດນາມ - ລາວ ຈັດຂຶ້ນໃນລະຫວ່າງວັນທີ 26 – 28 ສິງຫາ, ເພື່ອແນໃສ່ໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດ - ສັງຄົມ, ການລົງທຶນດ້ານການຄ້າ ແລະ ທ່ອງທ່ຽວຂອງບັນດາທ້ອງຖິ່ນຢູ່ເສັ້ນຊາຍແດນ ກວາງນາມ - ເຊກອງ ກັບບັນດາອົງການຈັດຕັ້ງວິສາຫະກິດ, ນັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ