ງານ​ຕະຫຼາດ​ນັດ​ມີ 150 ຮ້ານ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດສິນ​ຄ້າ ຫວຽດ​ - ດ່າ​ນັ້ງ ປີ 2022

(VOVWORLD) -ຕອນຄ່ຳວັນທີ 5 ຕຸລາ, ຢູ່ສູນງານຕະຫຼາດນັດວາງສະແດງນະຄອນດ່ານັ້ງ ໄດ້ໄຂງານຕະຫຼາດນັດສິນຄ້າ ຫວຽດ ດ່ານັ້ງ ປີ 2022 ໂດຍມີການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ 150 ແຫ່ງ ຂອງບັນດາວິສາຫະກິດ ຫວຽດນາມ.
ງານ​ຕະຫຼາດ​ນັດ​ມີ 150 ຮ້ານ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດສິນ​ຄ້າ ຫວຽດ​ - ດ່າ​ນັ້ງ ປີ 2022 - ảnh 1ຜູ້ຕາງໜ້າການນຳແຂວງດ່ານັ້ງຢ້ຽມຊົມງານຕະຫຼາດນັດ (ພາບ: VOV)

ບັນດາຜະລິດຕະພັນວາງສະແດງຂາຍຢູ່ງານຕະຫຼາດນັດມີຄວາມອຸດົມສົມບູນ, ຫຼາຍຮູບແບບຄື: ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງແຟຊັນ, ເຄື່ອງການຄ້າສັງທົ່ວໄປ, ເຄື່ອງສິລະປະຫັດຖະກຳ, ເຄື່ອງໃຊ້ສອຍ, ບັນດາຜະລິດຕະພັນໝູ່ບ້ານຫັດຖະກຳ, ຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ…ງານຕະຫຼາດນັດຄັ້ງນີ້ ຍັງມີເຂດວາງສະແດງຜະລິດຕະພັນ OCOP (ໂຄງການແຫ່ງຊາດ ໜຶ່ງຕາແສງໜຶ່ງຜະລິດຕະພັນ). ທ່ານ ໂຮ່ກີມິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ:

ຢູ່ງານຕະຫຼາດນັດຄັ້ງນີ້ ມີຫຼາຍການເຄື່ອນໄຫວແນະນຳໂຄສະນາບັນດາຜະລິດຕະພັນ OCOP, ຜະລິດຕະພັນທີ່ເປັນເອກະລັກສະເພາະ, ບັນດາຜະລິດຕະພັນອຸດສາຫະກຳຊົນນະບົດດີເດັ່ນ. ງານຕະຫຼາດນັດປີນີ້ ຈະນຳມາເຊິ່ງຫຼາຍກາລະໂອກາດ ໃຫ້ແກ່ວິສາຫະກິດ ໃນການແນະນຳໂຄສະນາເຄື່ອງໝາຍການຄ້າຂອງຜະລິດຕະພັນ, ພ້ອມທັງປ່ຽນແປງຈິນຕະນາການໃນການຜະລິດດຳເນີນທຸລະກິດຂອງບັນດານັກຜະລິດ, ຈຳໜ່າຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແລະ ຜູ້ບໍລິໂພກໄດ້ເປັນຢ່າງດີ.

ງານຕະຫຼາດນັດຫວຽດ - ດ່ານັ້ງ ເປີດປະຕູນັບແຕ່ວັນທີ 5 ຕຸລາ ຫາວັນທີ 10 ຕຸລາ ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ