ງານບຸນ ກາເຟ ບວນມາທວດ: ອັດງານແຂ່ງຂັນຜະລິດຜະລິດຕະພັນສິລະປະກຳ

(VOVWORLD) - ໃນເວລາ 3 ວັນ, ບັນດານັກສິລະປະການໄດ້ສ້າງບັນດາຜະລິດຕະພັນດ້ວຍບັນດາຫົວຂໍ້ກ່ຽວກັບຊີວິດການເປັນຢູ່, ການດຳເນີນຊີວິດຂອງບັນດາຊົນເຜົ່າ ໄຕງວຽນ, ບັນຫາປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາສັດຫາຍາກ...
ງານບຸນ ກາເຟ ບວນມາທວດ: ອັດງານແຂ່ງຂັນຜະລິດຜະລິດຕະພັນສິລະປະກຳ - ảnh 1ຜະລິດຕະພັນໄດ້ວາງສະແດງທີ່ງານບຸນ
(ພາບ:TTXVN)

ຕອນຄ່ຳວັນທີ 12 ມີນາ, ຢູ່ນະຄອນ ບວນມາທວດ, ຄະນະຈັດຕັ້ງງານບຸນ ກາເຟ ບວນມາທວດ ໄດ້ຈັດພິທີອັດ ແລະ ມອບລາງວັນງານແຂ່ງຂັນຜະລິດຜະລິດຕະພັນສິລະປະກຳຈາກຕົ້ນກາເຟ, ໃນຂອບເຂດງານບຸນ ກາເຟ ບວນມາທວດ ຄັ້ງທີ 8, ປີ 2023.

        ໃນເວລາ 3 ວັນ, ບັນດານັກສິລະປະການໄດ້ສ້າງບັນດາຜະລິດຕະພັນດ້ວຍບັນດາຫົວຂໍ້ກ່ຽວກັບຊີວິດການເປັນຢູ່, ການດຳເນີນຊີວິດຂອງບັນດາຊົນເຜົ່າ ໄຕງວຽນ, ບັນຫາປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາສັດຫາຍາກ, ຍົກລະດັບຄຸນຄ່າຂອງຜະລິດຕະພັນກາເຟ ແລະ ບັນດາຜະລິດຕະພັນສິລະປະກຳ ທີ່ໝູນໃຊ້ໃນການຕົບແຕ່ງປະດັບປະດາຮັບໃຊ້ຊີວິດການເປັນຢູ່. ຈິດຕະກອນ ຫງວຽນຫາຍລອງ, ຫົວໜ້າຄະນະກຳມະການການແຂ່ງຂັນ, ຕີລາຄາວ່າ:

ບັນດາຜະລິດຕະພັນມີຄຸນນະພາບໄດ້ນອນນອກເໜືອຈາກຄວາມລໍຄອຍ, ສູງກ່ວາລະດັບການຄາດຄິດຂອງຄະນະກຳມະກາ. ນອກຈາກການສະແດງບັນດາຜະລິດຕະພັນທີ່ມີມາດຕະຖານຄົບຖ້ວນຂອງຂົງເຂດສິລະປະກຳນັ້ນແມ່ນຄວາມເປັນມືອາຊີບ, ລະອຽດອ່ອນ ແລະ ຄວາມສາມາດປະດິດຄິດສ້າງຂອງນັກສິລະປະການ, ຄຽງຄູ່ກັນນັ້ນແມ່ນຄວາມສາມາດສ້າງຮູບຮ່າງ, ມັນເທົ່າກັບການຕີລາຄາຜະລິດຕະພັນແກະຄວັດສະຫຼັກ”.

ຕອບກັບ

ຂ່າວ/ບົດ​ອື່ນ