ງານ​ບຸນ ກາ​ເຟ ແຂວງ ເຊີນ​ລາ ປະ​ກອ​ບ​ສ່ວນ​ເຊີດ​ຊູ​ກາ​ເຟ ຫວຽດ​ນາມ

(VOVWORLD) -ງານບຸນກາເຟແຂວງ ເຊີນລາ ຄັ້ງທີ 1 ຈະດຳເນີນແຕ່ວັນທີ 20 – 23 ຕຸລາ ດ້ວຍຫົວຂໍ້ “ອາຣາບີກາ, ກາເຟ ເຊີນລາ - ລົດຊາດເຂດພູຜາປ່າໄມ້ທາງຕາເວັນຕົກພາກເໜືອ”.
ງານ​ບຸນ ກາ​ເຟ ແຂວງ ເຊີນ​ລາ ປະ​ກອ​ບ​ສ່ວນ​ເຊີດ​ຊູ​ກາ​ເຟ ຫວຽດ​ນາມ - ảnh 1ງານບຸນແມ່ນໂອກາດເພື່ອໂຄສະນາເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບກາເຟ ເຊີນລາ ກໍຄືວັດທະນະທຳ, ປະຊາຊົນເຊີນລາ” (ພາບ: VOV)

ບັນດາການເຄື່ອນໄຫວທີ່ຈະດຳເນີນໃນຂອບເຂດງານບຸນ ກາເຟ ລວມມີ: ງານລາຕີ ກາເຟ ຢູ່ນະຄອນ ເຊີນລາ; ການແຂ່ງຂັນຊາວກະສິກອນເກັ່ງ ຢູ່ຕາແສງ ຈ່ຽງເກາະ, ນະຄອນ ເຊີນລາ; ເປີດນຳໃຊ້ບັນດາໂຄງການລົງທຶນໃນຂົງເຂດກາເຟ, ລະບົບການຜະລິດ ຊາ Cascara ຢູ່ຕາແສງ ເມື່ອງບອນ, ເມືອງ ມາຍເຊີນ; ກອງປະຊຸມເຊື່ອມຕໍ່ການແລກປ່ຽນຄ້າຂາຍຜະລິດຕະພັນກາເຟ. ທ່ານ ເວືອງວັນຫາຍ, ປະທານສະມາຄົມ ກາເຟແຂວງ ເຊີນລາ, ໃຫ້ຮູ້ວ່າ:

        “ເຊີນລາ ແມ່ນໜຶ່ງໃນບັນດາແຂວງຜະລິດກາເຟໃຫຍ່ໃນປະເທດ. ພິເສດ, ເຊີນລາ ພວມສຸມໃສ່ພັດທະນາກາເຟທີ່ເປັນຜະລິດຕະພັນເອກະລັກ, ກາເຟທີ່ມີຄຸນນະພາບສູງ… ປີນີ້, ແຂວງ ເຊີນລາ ໄດ້ຈັດງານບຸນ ກາເຟ ຄັ້ງທີ 1 ແມ່ນເພື່ອແນໃສ່ເຊີດຊູສ່ວນບຸກຄົນ, ວິສາຫະກິດຜະລິດກາເຟ; ແມ່ນໂອກາດເພື່ອໂຄສະນາເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ ກ່ຽວກັບກາເຟ ເຊີນລາ ກໍຄືວັດທະນະທຳ, ປະຊາຊົນເຊີນລາ”.

ຕອບກັບ

ຂ່າວ/ບົດ​ອື່ນ