ງານບຸນ ຫວຽດນາມ ຢູ່ ຍີ່ປຸ່ນ ເຕັມໄປດ້ວຍ ນ້ຳໃຈມິດຕະພາບ

ງານບຸນ ຫວຽດນາມ ຢູ່ ຍີ່ປຸ່ນ ເຕັມໄປດ້ວຍ ນ້ຳໃຈມິດຕະພາບ - ảnh 1
ເອກອັກຄະລັດຖະທູດ ຫວຽດນາມ ດ່ວານຊວນຮືງ ເຂົ້າຮ່ວມງານບຸນ
(ພາບ: Hữu Thắng/TTXVN)

(vovworld) – ຕອນ​ຄຳ່ວັນ​ທີ 15/9, ງານ​ບຸນ ຫວຽດນາມ 2013 ຢູ່ ຍີ່ປຸ່ນ ສິ້ນ​ສຸ​ດລົງ​ດ້ວຍ​ບັນຍາກາດ​ອົບ​ອຸ່ນ, ​ເຕັ້ມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດຕະພາບ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ່​ໃນ​​ເຫດການ “ຊຸມ​ວັນ ຫວຽດນາມ ຢູ່ ຍີ່ປຸ່ນ” ​ທີ່ຈັດ​ຕັ້ງ​ຢູ່ 5 ນະຄອນ​ໃຫຍ່​ຂອງ ຍີ່ປຸ່ນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກາ​ນພົວພັນ​ທາງ​ການ​ທູດລະ​ຫວ່າງ 2 ປະ​ເທດ. ​ເອື້ອຍ Sugiyama, ສະມາ​ຊິກ​ໃນ​ຄະນະ​ຈັດ​ຕັ້ງ​ງານ​ບຸນ​ໃຫ້​ຮູ້​ວ່າ: ປີ​ນີ້​ແມ່ນ​ປີ​ທີ 6 ​ທີ່ເອື້ອຍ​ເຂົ້າ​ຮ່ວມ​ເຫດການ​ນີ້. ​ເອື້ອຍ Sugiyama ​ໃຫ້​ຮູ້​ວ່າ: ນັບ​ມື້​ນັບ​ມີ​ຊາວ ຍີ່ປຸ່ນ ຫຼາຍ​ຄົນ​ຮູ້ຈັກ​​ເຖິງງານ​ບຸນ ​ແລະ ງານ​ບຸນ​ພວມ​ປະກອບສ່ວນ​ຊ່ວຍ​ໃຫ້​ປະຊາຊົນ ຍີ່ປຸ່ນ ​ເຂົ້າ​ໃຈ​ກ່ວາ​ກ່ຽວ​ກັບ ຫວຽດນາມ, ​ເຊິ່ງ​ແມ່ນປະ​ເທດ​ທີ່​ເອື້ອຍຮັກ​​ແພງ:

        “ບໍ່​ພຽງ​ແຕ່​ມີ​ອາຫານ​ການ​ກິນ​ເທົ່າ​ນັ້ນ ຫາກ​ຊຸດ​ເຊື້ອ​ຍາວຂອງ ຫວຽດນາມ ກໍ່​ງາມ​​ແລະ  ດຶງ​ດູດ​ໃຈ​ຫຼາຍ. ຂ້າພະ​ເຈົ້າ​ເຫັນ​ວ່າ: ນັບ​ມື້​ນັບ​ມີຊາວ ຍີ່ປຸ່ນ ຫຼາຍ​ຄົນນຸ່ງ​ເຊື້ອ​ຍາວ ​ເຂົ້າ​ຮ່ວມ​ງານ​ບຸນ ຫວຽດນາມ. ຂ້າພະ​ເຈົ້າຍັງ​ເຫັນ​ວ່າ: ຊາວ​ ຍີ່ປຸ່ນ ບາງ​ຄົນນຸ່ງ​ຊຸດ​ເຊື້ອ​ຍາວ​​ໃນ​ງານ​ດອງອີກ. ວັດທະນະທຳ ຫວຽດນາມ ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊີວິດ​ຢູ່ ຍີ່ປຸ່ນ ​ເທື່ອ​ລະ​ກ້າວ​ຢ່າງ​ຈະ​ແຈ້ງ.”

 

ຂ່າວ/ບົດ​ອື່ນ