ງານບຸນກາເຟ ບວນມາທວດ: ແຂ່ງຂັນປຸງແຕ່ງກາເຟເປັນເອກະລັກ

(VOVWORLD) -ນີ້ແມ່ນການແຂ່ງຂັນປຸງແຕ່ງກາເຟເປັນເອກະລັກລະດັບຊາດຄັ້ງທຳອິດໄດ້ຮັບການຈັດຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແຂ່ງຂັນ 33 ຄົນທີ່ມາຈາກ 9 ແຂວງ, ນະຄອນ
ງານບຸນກາເຟ ບວນມາທວດ: ແຂ່ງຂັນປຸງແຕ່ງກາເຟເປັນເອກະລັກ - ảnh 1(ການແຂ່ງຂັນປຸງແຕ່ງກາເຟດ້ວຍການເຂົ້າຮ່ວມຂອງຜູ້ແຂ່ງຂັນ 33 ຄົນທີ່ມາຈາກ 9 ແຂວງ, ນະຄອນ)

        ຕອນບ່າຍວັນທີ 13 ມີນາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ ໄດ້ຈັດພິທີປິດການແຂ່ງຂັນປຸງແຕ່ງກາເຟເປັນເອກະລັກ ໃນຂອບເຂດງານບຸນກາເຟ ບວນມາທວດ ຄັ້ງທີ 8 ປີ 2023. ນີ້ແມ່ນການແຂ່ງຂັນປຸງແຕ່ງກາເຟເປັນເອກະລັກລະດັບຊາດຄັ້ງທຳອິດໄດ້ຮັບການຈັດຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແຂ່ງຂັນ 33 ຄົນທີ່ມາຈາກ 9 ແຂວງ, ນະຄອນ. ໝາກຜົນຄື, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 2 ລາງວັນ ແລະ ລາງວັນທີສາມ 2 ລາງວັນ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມການແຂ່ງຂັນ. ທ່ານ ຫງວຽນເຕີນວິງ, ຫົວໜ້າຄະນະກຳມະການການແຂ່ງຂັນປຸງແຕ່ງກາເຟຢອດ, ໃຫ້ຮູ້ວ່າ:

        “ການແຂ່ງຂັນປຸງແຕ່ງກາເຟພິເສດນີ້ ໄດ້ເປີດໂອກາດໃຫ້ບັນດາຜູ້ປຸງແຕ່ງກາເຟ. ພວກເພື່ອນເຂົ້າຮ່ວມການແຂ່ງຂັນປີນີ້, ກໍ່ບໍ່ນ້ອຍໜ້າກັບການແຂ່ງຂັນສາກົນໃດ ແລະ ນີ້ແມ່ນສັນຍານທີ່ດີໃຫ້ແກ່ພວກເພື່ອນທີ່ມີອາຊີບປຸງແຕ່ງກາເຟຢູ່ ຫວຽດນາມ. ເມື່ອເຂົ້າຮ່ວມການແຂ່ງຂັນ, ເຂົາເຈົ້າໄດ້ນຳເອົາກາເຟຢູ່ຫຼາຍເຂດພາກໃນທົ່ວປະເທດເຂົ້າຮ່ວມການແຂ່ງຂັນ. ນີ້ກໍ່ແມ່ນສັນຍານທີ່ດີໃຫ້ແກ່ຕະຫຼາດກາເຟທີ່ເປັນເອກະລັກຂອງ ຫວຽດນາມ ໃນຊຸມປີຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ