ງານ​ບຸນ​ກາ​ເຟບວນ​ມາ​ທວດ ຄັ້ງ​ທີ 8: ດຶງ​ດູດ​ຜູ້​ເຂົ້າ​ຮ່ວມກວ່າ 90.000 ເທື່ອ​ຄົນ

(VOVWORLD) -ພາຍຫຼັງດຳເນີນເປັນເວລາ 5 ວັນດ້ວຍກິດຈະກຳຫຼາຍຢ່າງທີ່ມີຄວາມໝາຍ, ຕອນຄ່ຳວັນທີ 14 ມີນາ, ຢູ່ສະໜາມຫຼວງວັນທີ 10 ມີນາ ທີ່ນະຄອນ ບວນມາທວດ, ແຂວງ ດັກລັກ ໄດ້ດຳເນີນພິທີປິດງານບຸນກາເຟ ບວນມາທວດ ຄັ້ງທີ 8, ປີ 2023. 
ງານ​ບຸນ​ກາ​ເຟບວນ​ມາ​ທວດ ຄັ້ງ​ທີ 8: ດຶງ​ດູດ​ຜູ້​ເຂົ້າ​ຮ່ວມກວ່າ 90.000 ເທື່ອ​ຄົນ - ảnh 1ພິທີປິດງານບຸນກາເຟ (ພາບ: VOV)

ງານບຸນດັ່ງກ່າວໄດ້ດຶງດູດແຂກທ່ອງທ່ຽວມາ ດັກລັກ ປະມານ 90.000 ເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 600 ເທື່ອຄົນ. 18 ລາຍການເປັນທາງການຂອງງານບຸນໄດ້ຈັດຂຶ້ນ ແລະ ສ້າງຄວາມປະທັບໃຈໃຫ້ແກ່ມະຫາຊົນ.

        ກ່າວຄຳເຫັນທີ່ພິທີປິດ, ທ່ານ ຫງວຽນຕວັນຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ດັກລັກ, ຫົວໜ້າຄະນະຈັດຕັ້ງງານບຸນ ຢັ້ງຢືນວ່າ:

         “ຜົນສຳເລັດຂອງງານບຸນດັ່ງກ່າວ ຈະແມ່ນແຫຼ່ງກຳລັງໜູນຢ່າງແຮງ ສືບຕໍ່ເຊີດຊູຜະລິດຕະພັນກາເຟ ຫວຽດນາມ, ພິເສດແມ່ນເຄື່ອງໝາຍການຄ້າ ແລະ ຕົ້ນກຳເນີດຂອງ ກາເຟ ບວນມາທວດ ໃນຕະຫຼາດສາກົນ; ໂຄສະນາເພື່ອພັດທະນາກາເຟທີ່ມີຄຸນນະພາບສູງ, ກາເຟທີ່ເປັນເອກະລັກ. ງານບຸນນີ້ ກໍແມ່ນກາລະໂອກາດເພື່ອເພີ່ມທະວີຄວາມສາມັກຄີມິດຕະພາບ, ການຮ່ວມມືລະຫວ່າງແຂວງ ດັກລັກ ກັບທ້ອງຖິ່ນຕ່າງໆໃນທົ່ວປະເທດ ແລະ ບັນດາອົງການຈັດຕັ້ງສາກົນ”.

        ສິ່ງທີ່ໜ້າສົນໃຈແມ່ນ ກອງປະຊຸມເຊື່ອມຕໍ່ການແລກປ່ຽນການຄ້າສາກົນ ໄດ້ດຶງດູດຜູ້ແທນເກືອບ 500 ຄົນ ເຂົ້າຮ່ວມ, ໃນນັ້ນມີຜູ້ຕາງໜ້າວິສາຫະກິດ ສົ່ງອອກ, ນຳເຂົ້າກາເຟພາຍໃນ ແລະ ຕ່າງປະເທດ ຈຳນວນ 63 ແຫ່ງ ທີ່ໄດ້ມີບົດປະກອບຄຳເຫັນຫຼາຍບົດກ່ຽວກັບຄວາມສາມາດບົ້ມຊ້ອນສົ່ງອອກກາເຟ ຂອງ ຫວຽດນາມ ເວົ້າລວມ ແລະ ແຂວງ ດັກລັກ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ