ງານບຸນດອກຊະກຸຣະ ຢູ່ຫ້າລອງ

ງານບຸນດອກຊະກຸຣະ ຢູ່ຫ້າລອງ - ảnh 1
ງານ​ດອກ​ຊະ​ກຸຣະ - ຫ້າ​ລອງ 2013
(ພາບ: baomoi.com)


(vovworld) – ດ້ວຍ​ຫົວ​ຂ້ໍວ່າ “ຈຸດ​ວັດທະນະທຳ​ຍີ່​ປຸນ​ຢູ່​ຫ້າ​ລອງ”. ງານ​ດອກ​ຊະ​ກຸຣະ - ຫ້າ​ລອງ 2013 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 11/04, ຢູ່​ສວນສາທາລະນະ ລ໋ານ​ແບ່, ນະຄອນ​ຫ້າ​ລອງ, ​ແຂວງ ກວາງ​ນິງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວສະ​ເຫຼີມສະຫຼອງ 40 ປີ​ແຫ່າງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ແລະ ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ນິງ ດັ້ງ​ຮຸຍ​ເຮົາ ກ່າວ​ວ່າ.

        “ງານ​ບູນ​​ດອກ​ຊະ​ກຸຣະ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ກວາ​ງນິງ, ປະຊາຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທຳ ​ແລະ ຊາວ​ຍີ່​ປຸ່ນ. ຜ່ານ​ນັ້ນ, ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ເພື່ອນ​ມິດ​ຍີ່ປຸ່ນ ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຫວຽດນາມ ທີ່​ສວຍ​ງາມ, ກໍ​ຄື​ນ້ຳ​ໃຈ​ຮັກ​ແພງ​ແຂ​ກຄົນ​ຂອງ​ປະຊາຊົນ​ແຂວງ​ກວາງ​ນິງ ທີ່​ມີ​ຕໍ່​ເພື່ອນ​ມິດສາ​ກົນ​. ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ກວາງ​ນິງ ພ້ອມ​ກັບ​ນັກ​ທ່ອງ​ທ່ຽວ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ບັນດາ​ເພື່ອ​ນຍີ່ປຸ່ນ ທີ່​ໄດ້​ນຳ ດອກ​ຊະ​ກຸຣະ ​ແລະ ບັນດາ​ຜະລິດ​ຕະພັນ ມາ​ເຂົ້າ​ຮ່ວມ​ງານ​ບຸນ​ໃນ​ມື້​ນີ້. ມີຕົ້ນ​ຊະ​ກຸຣະ ກວ່າ 100 ຕົ້ນ ​ເຊິ່ງພວກ​ເພື່ອນມອບ​ໃຫ້​ໃນ​ໂອາກດນີ້ ຈະ​ປະກອບສ່ວນ​ເພີ່ມພູນ​ຄູນ​ສ້າງສາຍ​ພົວພັນມິດຕະພາບ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ​ກວ່າ​ອີກ”.

ຂ່າວ/ບົດ​ອື່ນ