ງານບຸນລະດູບານໃໝ່ໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ທຸກແຖບຖິ່ນໃນທົ່ວປະເທດ

(VOVWORLD) - ບັນດາການເຄື່ອນໄຫວຂອງງານບຸນໃນໂອກາດລະດູບານໃໝ່ປີມະໂລງ 2024 ໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ.
ງານບຸນລະດູບານໃໝ່ໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ທຸກແຖບຖິ່ນໃນທົ່ວປະເທດ - ảnh 1ທີ່ງານບຸນເບີກເງິນເດືອນ ດຶກແທງເຈິ່ນ ວິຫານ ເຈິ່ນເທືອງ
(ພາບ: TTXVN)

   ຕອນຄ່ຳວັນທີ 17 ກຸມພາ (ກົງກັບວັນທີ 8 ບຸນເຕັດ ປີມະໂລງ 2024), ຄະນະກຳມະການປະຊາຊົນເມືອງ ລິເຍິນ, ແຂວງ ຮ່ານາມ ໄດ້ໄຂງານບຸນເບີກເງິນເດືອນ ດຶກແທງເຈິ່ນ ວິຫານ ເຈິ່ນເທືອງ. ນີ້ແມ່ນການເຄື່ອນໄຫວທີ່ເປັນມູນເຊື້ອດ້ວຍຄວາມໝາຍຂໍໃຫ້ປີໃໝ່ທີ່ມີດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູເກັບກຽວໄດ້ຮັບຜົນດີ, ທຸກຄອບຄົວມີສຸຂະພາບເຂັ້ມແຂງ, ສະຫງົບສຸກ.

   ວັນທີ 17 ກຸມພາ, ງານບຸນລົງທົ່ງນາ, ເປີດປ່າຊົນເຜົ່າ ເມື່ອງ ປີ 2024, ໄດ້ຈັດຂຶ້ນຢູ່ຕາແສງ ຟອງຝູ, ເມືອງ ເຕີນລາກ, ແຂວງ ຮ່ວາບິ່ງ. ນີ້ແມ່ນງານບຸນປະເພນີທີ່ເປັນມູນເຊື້ອໃຫຍ່ທີ່ສຸດ, ໄດ້ກາຍເປັນການດຳເນີນຊີວິດທາງດ້ານວັດທະນະທຳ, ການເຫຼື້ອມໄຊເຊື່ອຖືທີ່ຂາດບໍ່ໄດ້ ໃນໂອກາດລະດູບານໃໝ່ວຽນມາຂອງຊາວເຜົ່າ ເມື່ອງ. ງານບຸນມີຄວາມໝາຍເຄົາລົບບັນດາຜີສາງນາງໄມ້, ອາໄລຫາບັນດາຜູ້ມີຄຸນງາມຄວາມດີກໍ່ຕັ້ງດິນ, ສ້າງບ້ານ ແລະ ອວຍພອນໃຫ້ທຸກສິ່ງທຸກຢ່າງພັດທະນາສະດວກດີ, ລະດູການເກັບກຽວໄດ້ຮັບຜົນດີ, ຊີວິດອີ່ມໜຳສຳລາຍ, ສົມລູນພູນສຸກ.

ແລະ ກໍ່ໃນວັນດຽວກັນ, ມີປະຊາຊົນນັກໝື່ນຄົນໄດ້ມາລະດົມການແຂ່ງຂັນຊ່ວງເຮືອນ້ອຍຢ່າງຟົດຟື້ນຢູ່ແຂວງ ແຄງຮ່ວາ. ງານບຸນລວມມີ 2 ພາກຕົ້ນຕໍ່: ການແຂ່ງຂັນເຮືອດອກໄມ້ ແລະ ຊ່ວງເຮືອນ້ອຍ. ນີ້ແມ່ນການເຄື່ອນໄຫວດ້ານວັດທະນະທຳທີ່ເປັນມູນເຊື້ອ, ຊ່ວຍຮັກສາ, ເສີມຂະຫຍາຍຈຸດຄວາມງາມຂອງພື້ນຖານວັດທະນະທຳແຫ່ງອະລິຍະທຳການປູກເຂົ້ານາທາມ.

ຕອບກັບ

ຂ່າວ/ບົດ​ອື່ນ