ງາ​ນ​ບຸນ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ ແລະ ການ​ຄ້າ ຮ່າ​ຢາງ ຢູ່ໃຈ​ກາງ ຮ່າ​ໂນ້ຍ

(VOVWORLD) -ງານບຸນວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າ ແຂວງຮ່າຢາງ ຖຶກຈັດຂຶ້ນ ຢູ່ນະຄອນຮ່າໂນ້ຍ ແຕ່ວັນທີ 25 – 27 ທັນວາ.
ງາ​ນ​ບຸນ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ ແລະ ການ​ຄ້າ ຮ່າ​ຢາງ ຢູ່ໃຈ​ກາງ ຮ່າ​ໂນ້ຍ - ảnh 1ພິທີໄຂງານບຸນ (ພາບ:baohagiang.vn)

ເພື່ອແນໃສ່ເພີ່ມທະວີການຮ່ວມສຳພັນລະຫວ່າງ ເຂດໃນການເຄື່ອນໄຫວສົ່ງເສີມການຄ້າ, ການທ່ອງທ່ຽວ ລະຫວ່າງ ຮ່າຢາງ ແລະ ຮ່າໂນ້ຍ, ພ້ອມທັງຍູ້ແຮງການແນະນຳ, ໂຄສະນາກ່ຽວກັບບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງ ແຂວງ ຮ່າຢາງ ດ້ວຍ ມໍລະດົກວັດທະນທຳທີ່ເປັນເອກະລັກສະເພະຂອງບັນດາເຜົ່າໃນບໍລິເວນແຂວງ; ຄະນະກຳມະການປະຊາຊົນ ແຂວງຮ່າຢາງ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງ ງານບຸນວັດທະນະທຳ, ການທ່ອງທ່ຽວ ແລະ ການຄ້າ ແຂວງຮ່າຢາງ ຂຶ້ນ ຢູ່ນະຄອນຮ່າໂນ້ຍ ແຕ່ວັນທີ 25 – 27 ທັນວາ. ທ່ານນາງ ຮ່າທິມິນແຮ້ງ - ຮອງປະທານ ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າກໍປາດຖະໜາວ່າ ຜ່ານເຫດການນີ້, ປະຊາຊົນນະຄອນຫຼວງ ຈະມີໂອກາດໄດ້ສຳຜັດ ແລະ ແບ່ງປັນກັບ ຮ່າຢາງ, ໄດ້ຊິມອາຫານທີ່ເປັນຜະລິດຕະພັນກະເສດອົງຄະທາດ ກໍຄື ຜະລິດຕະພັນປອດສານພິດ ທີ່ໄດ້ປຸງແຕ່ງໂດຍສີມືອັນຄ່ອງແຄວ້ຂອງປະຊາຊົນ 19 ຊົນເຜົ່າ ທີ່ພວມດຳລົງຊີວິດໃນບໍລິເວນແຂວງ ຮ່າຢາງ. ພວກຂ້າພະເຈົ້າ ຫວັງວ່າ, ປີ 2021, ຈຳນວນແຂກທ່ອງທ່ຽວ ທີ່ມາທ່ຽວ ຮ່າຢາງ ຈະເພີ່ມຂຶ້ນ. ປະຊາຊົນນະຄອນ ກໍຄືບັນດາແຂວງພາຍໃນປະເທດຈະຮູ້ຈັກບັນດາຜະລິດຕະພັນກະເສດປອດສານພິດ ແລະ ອົງຄະທາດຂອງ ຮ່າຢາງ ນັບມື້ນັບຫຼາຍ”.


ຕອບກັບ

ຂ່າວ/ບົດ​ອື່ນ