ງານ​ບຸນ​ວັດ​ເຮືອງ ລະ​ດູ​ບານ​ໃໝ່ປີ​ແມວ 2023 ໄຂ​ຂຶ້ນ​ໃນ​ວັນ​ທີ 6 ເດືອນ​ຈຽງ​

(VOVWORLD) - ງານບຸນວັດເຮືອງ, ໄດ້ດຳເນີນຢູ່ບໍລິເວນຕາແສງ ເຮືອງເຊີນ, ເມືອງ ໝີ້ດຶກ, ນະຄອນຮ່າໂນ້ຍ, ແມ່ນງານບຸນແກ່ຍາວທີ່ສຸດໃນທົ່ວປະເທດ ໃນໄລຍະ 3 ເດືອນ.

ງານ​ບຸນ​ວັດ​ເຮືອງ ລະ​ດູ​ບານ​ໃໝ່ປີ​ແມວ 2023 ໄຂ​ຂຶ້ນ​ໃນ​ວັນ​ທີ 6 ເດືອນ​ຈຽງ​ - ảnh 1(ພາບປະກອບ: VOV)

ງານບຸນວັດເຮືອງ, ໄດ້ດຳເນີນຢູ່ບໍລິເວນຕາແສງ ເຮືອງເຊີນ, ເມືອງ ໝີ້ດຶກ, ນະຄອນຮ່າໂນ້ຍ, ແມ່ນງານບຸນແກ່ຍາວທີ່ສຸດໃນທົ່ວປະເທດດ ໃນໄລຍະ 3 ເດືອນ.

ທ່ານ ຫງວຽນບ໊າຫ໋ຽນ, ຫົວໜ້າຄະນະຄຸ້ມຄອງເຂດປູສະນີຍະສະຖານ ເຮືອງເຊີນ ໃຫ້ຮູ້ວ່າ:

ຈຸດພົ້ນເດັ່ນຂອງງານບຸນວັດເຮືອງໃນປີ 2023 ແມ່ນ ຄະນະຈັດຕັ້ງໄດ້ປ່ຽນແປງຮູບການຂາຍປິ້ຢ້ຽມຊົມ ແລະ ການບໍລິການເຮືອ ຈາກແບບເກົ່າ ກາຍເປັນຮູບແບບປິ້ເອເລັກໂຕນິກ, ສັບຊ້ອນສະຖານທີ່ຂາຍປີ້ຄືນໃໝ່, ຮັບປະກັນຄວາມເໝາະສົມ, ສ້າງເງື່ອນໄຂສະດວກໃຫ້ແກ່ແຂກທ່ອງທ່ຽວມາຢ້ຽມຊົມ. ທີສອງແມ່ນເຄື່ອນໄຫວທົດລອງຮູບແບບລົດໄຟຟ້າຢູ່ບັນດາສະຖານທີ່, ຄິວລົດ ເພື່ອຮັບໃຊ້ແຂກທ່ອງທ່ຽວຢ່າງສະດວກ ແລະ ສິວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ