ງານພົບປະກັບບັນດາອະດີດຜູ້ຊ່ຽວຊານການທະຫານໂຊວຽດເກົ່າທີ່ເຄີຍປະຕິບັດງານຢູ່ຫວຽດນາມ

ງານພົບປະກັບບັນດາອະດີດຜູ້ຊ່ຽວຊານການທະຫານໂຊວຽດເກົ່າທີ່ເຄີຍປະຕິບັດງານຢູ່ຫວຽດນາມ - ảnh 1
ງານພົບ​ປະ​ກັບ​ບັນດາ​ອະດີດ​ຜູ້​ຊ່ຽວຊານ​ການທະຫານ​ໂຊ​ວຽດ​ເກົ່າ
ທີ່ເຄີຍ​ປະຕິບັດ​ງານ​ຢູ່​ຫວຽດນາມ
(ພາບ: Vietnam+)


(vovworld) - ​ ໃນ​ວັນ​ທີ 05 ສິງຫາ ຂອງແຕ່ລະ​ປີ, ຢູ່​ນະຄ​ອນຫຼວງ​ມົດສກູ, ສະຫະພັນ​ລັດ​ເຊຍ, ​ໄດ້​ດຳ​ເນີນ​ງານ​ພົບ​ປະສັງ​ສັນລະ​ຫວ່າງ​ບັນດາ​ຜູ້​ຊ່ຽວຊານການ​ທະຫານ​ໂຊ​ວຽດ​ເກົ່າ ​ທີ່ເຄີຍ​ປະຕິບັດ​ງານ​ຢູ່​ຫວຽດນາມ ​ໃນ​ຊຸມ​ເດືອນ​ປີ​​ແຫ່ງສົງຄາມ​ພ​້ອມກັບ​ເ​ພື່ອນມິດ​ຫວຽດນາມ. ປີ 2013 ນີ້, ​ແມ່ນ​ການ​ພົບ​ປະ​ຄັ້ງ​ທີ 44, ​ເຊິ່ງດຳ​ເນີນ​ໄປ​ຢູ່​ສະຖານທູດ​ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ. ບັນດາ​ອະດີດ​ຜູ້​ຊ່ຽວຊານ​ການ​ທະຫານພ້ອມ​ກັນ​ຫວນ​ຄືນອະນຸສອນ​ທີ່​ດີງາມ​ກ່ຽວ​ກັບ​ນ້ຳ​ໃຈຖານ​ສະຫາຍ, ອ້າ​ຍນ້ອງຂອງ​ບັນດາ​ທະຫານ​ລັດ​ເຊຍ ​ແລະ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ​ສະຫະພັນ​ລັດ​ເຊຍ ຟ້າ​ມຊວນ​ເຊີນ ຢືນຢັນ​ວ່າ.

  “ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ສະຫະພັນ​ລັ​ດເຊຍ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຜ່ານຄວາມ​ຫຍຸ້ງຍາກ, ລຳ​ບາກ ນັບ​ທັງເລືອດ​ເນື້ອຂອງ​ປະຊາຊົນ​ລັດ​ເຊຍ ​ແລະ ປະຊາຊົນ​ຫວຽດນາມ. ​ໃນ​ຫົວໃຈ​ຂອງ​ພວກ​ຂ້າພະ​ເຈົ້າ, ປະ​ເທດ​ລັດ​ເຊຍ, ຊາວ​ລັດ​ເຊຍ, ປະຊາຊົນ​ລັດ​ເຊຍ ​ແລະ ບັນດາ​ເພື່ອນ​ໂຊ​ວຽດ ມີ​ທີ່​ຕັ້ງ​ພິ​ເສດ. ຂ້າພະ​ເຈົ້າ​ຢາກ​ຢືນຢັນ​ກັບ​ພວກ​ເພື່ອນ​ວ່າ, ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ປະທານ​ໂຮ່ຈິ​ມິນ, ປະຕິບັດ​ແນວທາງ​ຂອ​ງລັດ ​ແລະ ປະຊາຊົນ​ຫວຽດນາມ, ສືບ​ຕໍ່​ເສັ້ນທາງ​ຂອງ​ລຸ້ນກ່ອນໆ. ປະຊາຊົນ​ຫວຽດນາມ ​ແລະ ພວກ​ຂ້າ​ພະເຈົ້າ ບັນດາ​ນັກ​ການ​ທູດ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພັດທະນາ​ການ​ພົວພັນ​ມິດຕະພາບ​ອັນ​ດີງາມ​ ​ແລະ ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 2 ປະ​ເທດ​ພວກ​ເຮົາກວ່າ​ອີກ”.
ຂ່າວ/ບົດ​ອື່ນ