ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມແຂວງ ເທື່ອທຽວເຫ໋ວ - ສາລະວັນ

ງານພົບປະແລກປ່ຽນມິດຕະພາບຊາວໜຸ່ມແຂວງ ເທື່ອທຽວເຫ໋ວ - ສາລະວັນ - ảnh 1
(ພາບປະກອບ)

(vovworld) -     ຕອນ​ຄໍ່​າວັນ​ທີ 29/9, ຢູ່​ນະຄອນ​ເຫ໋ວ, ຄະ​ນະ​ປະຈຳ​ຊາວ​ໜຸ່ມ​ແຂວງ​ເທື່ອ​ທຽວ​ເຫວ ​ໄດ້​ຈັດ​ຕັ້ງ​ລາຍການ “ພົບ​ປະ​ແລກປ່ຽນບົດຮຽນ ຊາວ​ໜຸ່ມ​ແຂວງ ເທື່ອ​ທຽວ​ເຫ໋ວ - ສາລະ​ວັນ (ລາວ) ປີ 2012” ​ແລະ ຕ້ອນຮັບ​ຫຼຽນ​ກາ​ມິດຕະພາບ​ຂອງ​ທ່ານ​ນາຍົກລັດ​ຖິມົນຕີ ສປປ ລາວ ​ໃຫ້​ແກ່​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແຂວງ​ເທື່ອ​ທຽນ​ເຫ໋ວ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ສະໜອງ​ປີ​ມິດຕະພາບ​ຫວຽ​ດນາມ - ລາວ 2012, ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ຄວາມ​ສາມັກຄີ, ມິດຕະພາບ​ລະ​ຫວ່າ​ງຄະ​ນະ​ຊາວ​ໜຸ່ມສອງ​ແຂວງ.

ໃນ​ຫຼາຍ​ປີຜ່ານມາ, ​ໄວ​ໜຸ່ມ​ສອງ​ແຂວງເທື່ອ​ທຽວ​ເຫ໋ວ - ສາລະ​ວັນ ​ໄດ້ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປ້ອງ​ກັນຊາ​ດປ້ອງ​ກັນຄວາມ​ສະຫງົບ​, ພັດທະນາ​ເສດຖະກິດ​ສັງຄົມ​​ໃນເຂດ​ຊາຍ​ແດນ, ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ແຮກສ່ຽວ, ​ແລກປ່ຽນບົດຮຽນ​​ໃນ​ການ​ຈັດ​ຕັ້ງ​ຂະ​ບວນການ​ຊາວ​ໜຸ່ມ, ຊ່ວຍ​ປະຊາຊົນ​ທີ່​ປະສົບ​ກັບ​ຄວາມຫຍຸ້ງຍາກ​ຢູ່​ເຂດ​ຊາຍ​ແດນ… ຜ່ານ​ບັນດາ​ດານ​ເຄື່ອນ​ໄຫວ​ດັ່ງກ່າວໄດ້​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ໄວ​ໜຸ່ມ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ​ໄວ​ໜຸ່ມ​ສອງ​​ແຂວງ ເທື່ອ​ທຽວ​ເຫ໋ວ - ສາລະ​ວັນ ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ