ງານພົບປະແລກປ່ຽນລະຫວ່າງນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ

ງານພົບປະແລກປ່ຽນລະຫວ່າງນັກສຶກສາ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ - ảnh 1\
ງານພົບປະແລກປ່ຽນລະຫວ່າງນັກສຶກສາ
3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ
(ພາບ: TTXVN)

(vovworld) - ​ ຕອນ​ຄ່ຳວັນ​ທີ 06/04, ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິງ ຈັດ​ຕັ້ງ​ລາຍການ​ພົບ​ປະ​ສັງ​ສັນ ​ແລະ ​ແລກປ່ຽນ​ລະຫວ່າງນັກ​ສຶກສາ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ທີ່ພວມ​ຮ່ຳຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິ​ງ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ຂອງ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ​ແລະ ບຸນປີ​ໃໝ່ຂອງ​ລາຊະ​ອານາຈັກ ກຳປູ​ເຈຍ. ລາຍການ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ດ້ວຍ​ບັນດາ​ລາຍການ​ສີ​ລະ​ປະ​ທີ່​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ. ພິ​ເສດ ນັກ​ສຶກສາ 3 ປະ​ເທດ ​ໄດ້ພ້ອມ​ກັນ​ປະຕິບັດ​ພິທີ​ຫົດ​ນ້ຳ ​ແລະ ບາສີສູ່ຂວັນ, ​ເຊິ່ງ​ແມ່ນພິທີ​ທີ່​ເປັນມູນ​ເຊື້ອ ​ໃນ​ໂອກາດ​ບຸນປີ​ໃໝ່​ຂອງ​ປະຊາຊົນ ລາວ, ກຳ​ປູ​ເຈຍ ດ້ວຍ​ຄວາມປາດ​ຖະໜາ​ຢາກ​ໃຫ້ປະຊາຊົນ​ທຸກ​ຄົນ​ມີ​ຄວາມ​ໂຊກ​ດີ ​ແລະ ຄວາມຜາ​ສຸກ​.

        ທີ່​ພິທີ, ທ່ານ​ນາງ ຫງວຽນ​ທິທູ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິ​ງ ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ: ບັນດາ​ນັກ​ສຶກສາ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ 3 ປະ​ເທດ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ສວຍ​ງາມ ​ແລະ ວັດ​ທະນາ​ຖາວອນ, ພ້ອມ​ກັນ​ມຸ່ງ​ໄປ​ສູ່​ຈຸດໝາຍ​ສ້າງ​ປະຊາ​ຄົມ ອາ​ຊຽນ ສາມັກຄີ, ສັນຕິພາບ ​ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ